ເກີດການຍິງປືນຢູ່ອາເມລິກາ

ເກີດການຍິງປືນຢູ່ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ຢ່າງ​ໜ້ອຍ​ສຸດມີ 3 ຄົນ​ເສຍ​ຊີວິດ ​ແລະ 4 ຄົນ​ຮັບ​ບາດ​ເຈັບ ​ໃນ​ການ​ຍິງ​ປືນ​ຢູ່​ທິດຕາ​ເວັນ​ຕົກ ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 20/08. ສ່ື​ມວນ​ຊົນອາ​ເມລິ​ກາ ​ໃຫ້​ຂ່າວ​ວ່າ, ຕົວ​ການ​ໄດ​້ຍິງ​ປືນ​ໃສ່ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍພາຍຫຼັງ​ການ​ແຂ່ງ​ຂັນ​ບານ​ເຕະສົ່ງ ຢູ່​ນະຄອນ​ນີ້. ຕຳຫຼວດ​ພວມ​ຊອກ​ຫາ​ຕົວ​ການ ​ແລະ ສືບສວນ​ສາຍ​ເຫດ. ​ເຫດການ​ດັ່ງກ່າວ​​ເກີດ​ຂຶ້ນ, ພາຍຫຼັງການ​ຍິງ​ປືນ​ໃນ​ໂຮງ​ສາຍຮູບ​ເງົາ ​ຢູ່​ນະຄອນ Lafayette, ລັດ Louisiana ​ພຽງເກືອບ 1 ​ເດືອນ,​ ເຮັດ​​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ 9 ຄົນ​ຮັບ​ບາດ​ເຈັບ​ໃນ​ຕອນ​ເຊົ້າ​ວັນ​ທີ 24/07. ກ່ອນ​ໜ້າ​ນັ້ນ ສັບປະດາ​ໜຶ່ງ, ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ຍິງ​ປືນ​ໃສ່​ສາສະ​ນິກະ​ຊົນ​ຫຼານ​ຄົນ​ທີ່​ມາພາວະນາ​ຢູ່​ໂບດ​​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຂອງ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ ອາ​ຟລິກາ, ຢູ່​ລັດ Carolina ​ທິດ​ໃຕ້, ເຮັດ​ໃຫ້ 9 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ຮັບ​ບາດ​ເຈັບ. ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ດັ່ງກ່າວ​ສືບ​ຕໍ່​ກໍ​ໃຫ້​ເກີດ​ການ​ໂຕ​້​ຖຽງ​ກັນ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍ​ການກຳມະສິດປືນ​, ລູກ​ປືນຂອງ​ອາ​ເມລິ​ກາ.

ຂ່າວ/ບົດ​ອື່ນ