ເກີດການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ຢູ່ ສະ​ວິດ ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສັນ​ຕິ​ພາບ ຢູ​ແກຼນ

(VOVWORLD) -   ບັນດາເວັບໄຊຂອງລັດຖະບານ ສະວິດ ຖືກບຸກໂຈມຕີໃນວັນທີ 13 ມິຖຸນາ, ກ່ອນດຳເນີນກອງປະຊຸມສຸດຍອດສັນຕິພາບ ຢູແກຼນ ຄັ້ງທຳອິດ ໂດຍ Bern ເປັນເຈົ້າພາບຈັດຕັ້ງໃນລະຫວ່າງວັນທີ 15 – 16 ມິຖຸນາ.
ເກີດການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ຢູ່ ສະ​ວິດ ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສັນ​ຕິ​ພາບ ຢູ​ແກຼນ - ảnh 1ເຂດຕາກອາກາດ Burgenstock ຢູ່ ສະວິດ, ບ່ອນດຳເນີນກອງປະຊຸມ (ພາບ: SWI)

ສູນຄວາມປອດໄພທາງເຄືອຂ່າຍອິນເຕີເນັດແຫ່ງຊາດ (NCSC) ຂອງ ສະວິດ ໃຫ້ຮູ້ວ່າ ບັນດາການບຸກໂຕມຕີຈາກ ດີໂດດສ (DdoS) ເຮັດໃຫ້ຜູ້ນຳໃຊ້ບໍ່ສາມາດເຂົ້າເຖິງເວັບໄຊ. ການບຸກໂຈມຕີ ດີໂດດສ ຄັ້ງທຳອິດນີ້ ແນໃສ່ຫຼາຍເວັບໄຊຂອງລັດຖະບານ ສະຫະພັນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງກອງປະຊຸມສຸດຍອດສັນຕິພາບ ຢູແກຼນ. ບັນດາເຫດບຸກໂຈມຕີນີ້ ໄດ້ຮັບການຄາດຄະເນລ່ວງໜ້າກ່ອນແລ້ວ ແລະ ບໍ່ສົ່ງຜົນກະທົບຕໍ່ລັກສະນະປິດລັບຂອງຂໍ້ມູນ ກໍຄືຂອງລະບົບ. ກອງປະຊຸມດັ່ງກ່າວຖືກດຳເນີນເພື່ອແນໃສ່ມຸ່ງໄປເຖິງຄວາມມານະພະຍາຍາມຍົກອອກວິວັດທະນາການ ເພື່ອໃຫ້ທັງ ຢູແກຼນ ແລະ ລັດເຊຍ ເຂົ້າຮ່ວມວິວັດທະນການສ້າງສັນຕິພາບໃນອະນາຄົດ, ຢຸດຕິການປະທະກັນໃນປັດຈຸບັນຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ