ເກີດຝົນຕົກໜັກແລະດິນເຊາະເຈືອນຢູ່ຈີນ,UgandaແລະEthiopia,ເຮັດໃຫ້ນັບສິບຄົນເສຍຊີວິດ

ເກີດຝົນຕົກໜັກແລະດິນເຊາະເຈືອນຢູ່ຈີນ,UgandaແລະEthiopia,ເຮັດໃຫ້ນັບສິບຄົນເສຍຊີວິດ - ảnh 1
ພາບປະກອບຈາກ AP

(vovworld) –  ວັນ​ທີ 10/5, ​ວົງ​ການ​ເຈົ້າ​ໜ້າ​ທີ່​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງຊົນ​ເຜົ່າ ຈວາງ, ​ແຂວງ ກວາງ​ສີ, ​ປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​ຝົນ​ຕົກ​ໜັກ​ພ້ອມ​ກັບ​ໝາກ​ເຫັບ​ຕົກຢູ່​ເຂດ​ທາງ​ທິດ​ໃຕ້​ປະ​ເທດ​ຈີນ, ​ເຮັດ​ໃຫ້​ເກືອບ 10 ຄົນ​​ເສຍ​ຊີວິດ ​ແລະ ນັບ​ໝື່ນໆ​ຄົນ​ຖືກ​ຜົນ​ສະທ້ອນ. ປະຊາຊົນກ່ວາ 13.500 ຄົນ​ຕ້ອງ​ອົບ​ພະຍົບ​ໄປ​ແຫ່ງ​ອື່ນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢ່າງ​ໜ້ອຍສຸດ​ມີ 13 ຄົນ​ເສຍ​ຊີວິດ​ໃນ​ເຫດ​ດິນ​ເຊາະ​ເຈືອ​ນ​ໃນ​ຄຳ່​ຄືນ​ວັນ​ທີ 9/5 ຢູ່ Bundibugyo, ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ Uganda. ສາຍ​ເຫດ​ພາ​ໃຫ້​ເກີດ​ເຫດ​ດິນ​ເຊາະ​ເຈືອ​ນ​ແມ່ນ​ຍ້ອນ​ຝົນຕົກ​ໜັກ.

        ​ແລະ​ກໍ່​ໃນ​ວັນ​ທີ 10/5, ມີ​ປະຊາຊົນ 41 ຄົ​ນ​ເສຍ​ຊີວິດ​ພາຍຫຼັງ​ເຫດ​ດິນ​ເຊາະ​ເຈືອ​ນຍ້ອນ​ຝົນຕົກ​ໜັກ​ເກີດ​ຂຶ້ນ​ຢູ່​ເຂດ Wolaita ຂຶ້ນ​ກັບ SNNP, ປະ​ເທດ Ethiopia.


ຂ່າວ/ບົດ​ອື່ນ