ເກີດວິກິດການຢູ່ Haiti: ຈີນ, ຝລັ່ງ ອົບພະຍົບພົນລະເມືອງ

(VOVWORLD) - ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຝລັ່ງ ແຈ້ງໃຫ້ຮູ້ວ່າ: ຈະຈ້າງເຮືອບິນພິເສດໃຫ້ແກ່ພົນລະເມືອງຂອງປະເທດຕົນຢາກເດີນທາງອອກຈາກ Haiti ໃນສະພາບການເຊື່ອມຕໍ່ທາງການບິນການຄ້າລະຫວ່າງ ນະຄອນຫຼວງ Port-au-Prince ແລະ ສ່ວນຍັງເຫຼືອຂອງໂລກຖືກຕັດຕອນ.

ວັນທີ 25 ມີນາ, ຈີນ ຮັບຮູ້ໄດ້ອົບພະຍົບພົນລະເມືອງ 24 ຄົນດ້ວຍຄວາມປອດໄພຈາກປະເທດ Haiti ໄປຍັງ ສ. Dominicana. ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ປະເທດນີ້ໄດ້ເລີ່ມປະຕິບັດກົນໄກປົກປ້ອງກົງສູນເພື່ອອາລັກຂາພົນລະເມືອງໃນວິກິດການຢູ່ Haiti.

          ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຝລັ່ງ ແຈ້ງໃຫ້ຮູ້ວ່າ: ຈະຈ້າງເຮືອບິນພິເສດໃຫ້ແກ່ພົນລະເມືອງຂອງປະເທດຕົນຢາກເດີນທາງອອກຈາກ Haiti ໃນສະພາບການເຊື່ອມຕໍ່ທາງການບິນການຄ້າລະຫວ່າງ ນະຄອນຫຼວງ Port-au-Prince ແລະ ສ່ວນຍັງເຫຼືອຂອງໂລກຖືກຕັດຕອນ. ກະຊວງການຕ່າງປະເທດ ແລະ ກະຊວງບັນດາກຳລັງປະກອບອາວຸດ ຝລັ່ງ ພວມຈັດບັນດາຖ້ຽວບິນພິເສດເພື່ອສ້າງເງື່ອນໄຂໃຫ້ “ບັນດາພົນລະເມືອງ ມີຄວາມສ່ຽງໄພສູງສຸດ” ອອກຈາກ Haiti.

        Haiti ພວມຢູ່ໃນໄລຍະເກີດການໃຊ້ຄວາມຮຸນແຮງສູງທີ່ສຸດ ໃນສະພາບການປະທະກັນລະຫວ່າງລັດຖະບານ ແລະ ບັນດາກຸ່ມຄົນປະກອບອາວຸດຢູ່ນະຄອນຫຼວງ Port-au-Prince ນັບແຕ່ເວລາທ່ານປະທານາທິບໍດີ ປະເທດນີ້ Jovenel Moise ຖືກລອບສັງຫານໃນປີ 2021. ສະພາບການນັບມື້ນັບຊົ່ວຮ້າຍລົງ ພາຍຫຼັງທີ່ບັນດາກຸ່ມອາດຊະຍາກຳບຸກໂຈມຕີຄຸກແຫ່ງຊາດ ໃນວັນທີ 3 ມີນາ, ຊ່ວຍນັກໂທດ 3.600 ຄົນພົ້ນອອກຈາກຄຸກ. ສະພາບໃຊ້ຄວາມຮຸນແຮງເພີ່ມຂຶ້ນເຮັດໃຫ້ປະຊາຊົນຖືກຈຳກັດການໄປມາ ແລະ ຍາກທີ່ສຳພັດກັບບັນດາບໍລິການທີ່ຈຳເປັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ