ເກີດເຫດການວາງລະເບີດຢູ່ອາບການິດສຖານເຮັດໃຫ້ຫຼາຍຄົນເສຍຊີວິດ

ເກີດເຫດການວາງລະເບີດຢູ່ອາບການິດສຖານເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1
ເກີດເຫດການວາງລະເບີດຢູ່ອາບການິດສຖານ
ເຮັດໃຫ້ຫຼາຍຄົນເສຍຊີວິດ
(ພາບ: AFP/ TTXVN)


​​(vovworld) - ກະຊວງ​ພາຍ​ໃນ​ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ, ​ເຫດ​ວາງສະ​ເບີດ​ສະຫຼະຊີບ ​ໂດຍ​ບັນດາ​ມື​ປືນ ຕາ​ລີ​ບານ ປະຕິບັດ ຢູ່​ແຂວງ Kunduz, ທາງ​ພາກ​ເໜືອ ອາບ​ກາ​ນິດ​ສຖານ ​ໃນ​ຕອນ​ຄໍ່າ​ວັນ​ທີ 08/08, ​ເຮັດ​​ໃຫ​​້ມີຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 21 ຄົນ. ​ເຫດການ​ນີ້​ແມ່ນການກະທຳຖັດຈາກ​ບັນດາ​​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ນະຄອນຫຼວງ Kabul ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ​ໃນ​ສະພາບ​ທີ່ກຳລັງ​ທະຫານ​ຕ່າງປະ​ເທດ ​ໄດ້​ສິ້ນສຸດ​ພາລະກຳ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ຄວາ​ມສະຫງົບ​ຢູ່ທີ່​ນີ້. ຕາມ​ແຈ້ງການ​ຂອງ​ກະຊວງ​ພາຍ​ໃນ​ປະ​ເທດ​ນີ້, ​ບັນດາ​ຜູ້​ເສຍ​ຊີວິດ​ລ້ວນ​ແຕ່​​ແມ່ນ​ສາມັນ​ຊົນ, ​ໃນ​ຂະນະ​ນັ້ນ ອຳນາດ​ການ​ປົກຄ​ອງ​ແຂ​ວງ ​​ໃຫ້​ຮູ້​ວ່າ ມີຜູ້​ເສຍ​ຊີວິດ 22 ຄົນ​​ແມ່ນທະຫານ​ລາດ​ຕ້ານ​ຕາ​ລີ​ບານ, ​ໃນ​ນັ້ນ​ມີ​ຜູ້​ບັນຊາ 4 ຄົນ.

ຂ່າວ/ບົດ​ອື່ນ