ເກີດເຫດການ​ແຫ່​ຂະ​ບວນ​ປະ​ທ້ວງ​​ຂະ​ໜາດ​ໃຫ​ຍ່​ຢູ່​ນະ​ຄອນຫຼວງ​ຂອງ ຊູ​ດັງ

(VOVWORLD) -ວັນທີ 25 ທັນວາ, ມີປະຊາຊົນຊູດັງນັບພັນຄົນ ໄດ້ລົງຖະໜົນສາຍຕ່າງໆຢູ່ນະຄອນຫຼວງ Khartoum ແລະ ບັນດາເຂດຊານນະຄອນ ເພື່ອແນໃສ່ຮຽກຮ້ອງໃຫ້ນັບຮົບ “ກັບຄືນສູ່ຄ້າຍທະຫານ” ແລະ ຮຽກຮ້ອງຫັນປ່ຽນໄປອຳນາດການປົກຄອງພົນລະເຮືອນ.

ເກີດເຫດການ​ແຫ່​ຂະ​ບວນ​ປະ​ທ້ວງ​​ຂະ​ໜາດ​ໃຫ​ຍ່​ຢູ່​ນະ​ຄອນຫຼວງ​ຂອງ ຊູ​ດັງ - ảnh 1ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ (ພາບ: AFP/TTXVN)

ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ ຮຽກຮ້ອງໃຫ້ຍຸບເລິກກົງຈັກຄວາມໝັ້ນຄົງທັງໝົດ, ພ້ອມທັງປັດເຂ່ຍການມອບມິດໃຫ້ແກ່ບັນດາເປົ້າໝາຍຫົວຮຸນແຮງ. ໃນຂະນະນັ້ນ, ກຳລັງເພື່ອຄວາມເສລີ ແລະ ການປ່ຽນແປງຢູ່ ຊູດັງ ໄດ້ກ່າວເຕືອນວ່າ ກຳລັງປ້ອງກັນຄວາມສະຫງົບບໍ່ຄວນນຳໃຊ້ຄວາມຮຸນແຮງ ເມື່ອປະເຊີນໜ້າກັບ ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງທີ່ຄ່ຽມຄົມ ແລະ ເນັ້ນໜັກວ່າ ການຕັດອິນເຕີເນັດ ຈະບໍ່ສາມາດສະກັດກັ້ນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໄດ້.

ເພື່ອປ້ອງກັນການແຫ່ຂະບວນປະທ້ວງນີ້, ອຳນາດການປົກຄອງ ຊູດັງ ໄດ້ປິດປະຕູບັນດາເສັ້ນທາງຫຼວງ ຢູ່ນະຄອນຫຼວງ Khartoum, ນັບແຕ່ຄ່ຳຄືນວັນສຸກ ພ້ອມທັງຜັນຂະຫຍາຍການປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ຕັດການບໍລິການອິນເຕີເນັດ.

ງອກແທັກ - ນັກຂ່າວ VOV ປະຈຳ ເອຢິບ

ຕອບກັບ

ຂ່າວ/ບົດ​ອື່ນ