ເກີດເຫດ​ຍິງ​ປືນ​ກໍ່​ການ​ຮ້າຍຫຼາຍ​​ຄັ້ງ​ຢູ່ ອິດ​ສະ​ຣາ​ແອັນ

(VOVWORLD) -ຕຳຫຼວດ ອິດສະຣາແອັນ ໃຫ້ຂໍ້ສັງເກດວ່າ ອາດຈະມີປະຊາຊົນນັບຮ້ອຍຄົນຢູ່ ອິດສະຣາແອັນ ໃຫ້ການສະໜັບສະໜູນ IS ແລະ ອຳນາດການປົກຄອງ ອິດສະຣາແອັນ ພວມຈັດກຳລັງຕຳຫຼວດເວນຍາມຢູ່ໃນສະພາພາບເຕືອນໄພສູງ.
ເກີດເຫດ​ຍິງ​ປືນ​ກໍ່​ການ​ຮ້າຍຫຼາຍ​​ຄັ້ງ​ຢູ່ ອິດ​ສະ​ຣາ​ແອັນ - ảnh 1ເກີດເຫດຍິງປືນຢູ່ Bnei Brak, ຊານເມືອງ  Tel Aviv ໃນວັນທີ 29 ມີນາ (ພາບ: THX/TTXVN)

  ເຫດຍິງປືນກໍ່ການຮ້າຍໄດ້ເກີດຂຶ້ນໃນວັນທີ 29 ມີນາ ຢູ່ Ramat Gan ແລະ Brei Brak (ເຊິ່ງຢູ່ໃກ້ກັບນະຄອນ Tel Aviv), ນະຄອນ Hashnayim ແລະ Hertzl (ຂຶ້ນກັບ Ramat Gan), ອິດສະຣາແອັນ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຈຳນວນໜຶ່ງ. ນີ້ແມ່ນ 2 ໃນຈຳນວນບັນດາເຫດຍິງປືນກໍ່ການຮ້າຍຄັ້ງຫຼ້າສຸດຢູ່ ອິດສະຣາແອັນ ໃນ 01 ອາທິດຜ່ານມາ. ຕາມວົງການເຈົ້າໜ້າທີ່ຂອງທ້ອງຖິ່ນແລ້ວ, ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ ໂດຍພາກສ່ວນທີ່ມີແຮງຈູງໃຈຈາກອົງການລັດ ອິດສະຣາມ (IS) ຂະໜານນາມເອງ.

        ໃນສະພາບການນັ້ນ, ວັນທີ 29 ມີນາ, ຕຳຫຼວດ ອິດສະຣາແອັນ ໄດ້ເປີດບັ້ນຕາມຈັບຢູ່ນະຄອນ Wadi Ara ແລະ Nazareth ທາງພາກເໜືອຂອງປະເທດນີ້, ຈັບໄດ້ເປົ້າໝາຍຈຳນວນໜຶ່ງທີ່ຖືກສົງໄສວ່າມີສ່ວນກ່ຽວຂ້ອງກັບອົງການ IS ດຳເນີນເຫດບຸກໂຈມຕີນີ້. ຕຳຫຼວດ ອິດສະຣາແອັນ ໃຫ້ຂໍ້ສັງເກດວ່າ ອາດຈະມີປະຊາຊົນນັບຮ້ອຍຄົນຢູ່ ອິດສະຣາແອັນ ໃຫ້ການສະໜັບສະໜູນ IS ແລະ ອຳນາດການປົກຄອງ ອິດສະຣາແອັນ ພວມຈັດກຳລັງຕຳຫຼວດເວນຍາມຢູ່ໃນສະພາພາບເຕືອນໄພສູງ.


ຕອບກັບ

ຂ່າວ/ບົດ​ອື່ນ