ເກີດເຫດຍິງປຶນຢູ່ອາເມລິກາ: ມີຜູ້ເສຍຊີວິດກວ່າ 10 ຄົນ

(VOVWORLD) -ວັນທີ 18 ພຶດສະພາ, ທ່ານ Greg Abbott, ຜູ້ວ່າການລັດ Texas ຂອງອາເມລິກາ ຢັ້ງຢືນວ່າ ໄດ້ເກີດເຫດຍິງປືນຢູ່ໂຮງຮຽນມັດທະຍົມ Satta Fe ເຮັດໃຫ້ 10 ຄົນເສຍຊີວິດ ແລະ ອີກ 10 ຄົນຮັບບາດເຈັບ

ພ້ອມທັງເອີ້ນນີ້ແມ່ນ “ເຫດບຸກໂຈມຕີໂຫດຮ້າຍທີ່ສຸດໃນປະຫວັດສາດຢູ່ໂຮງຮຽນລັດ Texas”. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໄສແມ່ນນັກຮຽນຂອງໂຮງຮຽນ ແລະ ພົບເຫັນເຄື່ອງວັດຖຸລະເບີດຫຼາຍຢ່າງ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຕົວການຂອງເຫດຍິງປືນແມ່ນນັກຮຽນອາຍຸ 17 ປີ ຊື່ວ່າ Dimitrios Pagourtzis. ນັກຮຽນຜູ້ນີ້ໄດ້ນຳໃຊ້ປືນສັ້ນ ແລະ ປືນລ່າເນື້ອຍິງໃສ່ໝູ່ເພື່ອນຢູ່ຫ້ອງຮຽນດຽວກັນ. ບັນດາປະເພດອາວຸດດັ່ງກ່າວແມ່ນຂອງພໍ່ຄິງ Pagourtzis ແລະ ໄດ້ນຳໃຊ້ຖືກຕາມກົດໝາຍ. ນອກນັ້ນ, Pagourtzis ຍັງແກ່ວງບັນດາລະເບີດທີ່ເຮັດເອງໃສ່ຫ້ອງຮຽນຕື່ມອີກ.

      ກ່າວຄຳເຫັນຈາກທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສົ່ງຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍ. ທ່ານໃຫ້ຄຳໝັ້ນສັນຍາວ່າ ລັດຖະບານອາເມລິກາ “ຈະປະຕິບັດທຸກສິ່ງໃນສິດອຳນາດຂອງຕົນ’ ເພື່ອປົກປ້ອງບັນດານັກສຶກສາ, ບັນດາໂຮງຮຽນ ແລະ ບໍ່ປະໃຫ້ເກີດບັນດາກໍລະນີໃດນຳໃຊ້ອາວຸດເພື່ອນາບຂູ່ຄົນອື່ນແບບນີ້ອີກ.

      ໃນຂະນະນັ້ນ, ຕອນຄ່ຳວັນທີ 19 ພຶດສະພາ (ຕາມເວລາຮ່າໂນ້ຍ), ກໍ່ເກີດເຫດຍິງປືນ ຢູ່ສູນສະແດງສິລະປະ Clayton Country ຢູ່ລັດ Geogia ຂອງອາເມລິກາ, ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ ຫຼາຍຄົນຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ