ເກີດເຫດດິນເຊາະເຈື່ອນຢູ່ ຈີນ ມີຜູ້ຫາຍສາບສູນເພີ່ມຂຶ້ນຢ່າງແຮງ

(VOVWORLD) - ຈຳນວນຄົນຖືກຫາຍສາບສູນໃນເຫດດິນເຊາະເຈື່ອນຢ່າງຮ້າຍແຮງ ທີ່ເກີດຂຶ້ນໃນຕອນເຊົ້າວັນທີ 24 ມິຖຸນາ ຢູ່ເມືອງ ມາວຊຽນ ແຂວງ ສີຈວນ ຂອງ ຈີນ ສືບຕໍ່ເພີ່ມຂຶ້ນຢ່າງແຮງ ແລະ ຂຶ້ນເຖິງ 141 ຄົນ
ເກີດເຫດດິນເຊາະເຈື່ອນຢູ່ ຈີນ ມີຜູ້ຫາຍສາບສູນເພີ່ມຂຶ້ນຢ່າງແຮງ - ảnh 1ເກີດເຫດດິນເຊາະເຈື່ອນຢູ່ ຈີນ (ພາບ: Reuters)

ນອກນັ້ນ, ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ມີເຮືອນຢູ່ 46 ຫລັງຍັງຖືກມົກໃນຊາກຫັກຝັງ. ຕາມຂໍ້ມູນຂ່າວສານຄັ້ງຫລ້າສຸດ, ຄາດວ່າມີນັກກູ້ໄພກູ້ຊີບກ່ວາ 500 ຄົນ ຖືກຈັດສົ່ງເຖິງເຂດເກີດໄພທຳມະຊາດ. ເຫດດິນເຊາະເຈື່ອນຢູ່ແຂວງ ສີຈວນ ແມ່ນໜຶ່ງໃນບັນດາຜົນຮ້າຍຈາກຝົນຕົກທີ່ແກ່ຍາວເປັນເວລາ 2, 3 ວັນຜ່ານມາຢູ່ຫລາຍທ້ອງຖິ່ນຂອງ ຈີນ. ຕາມວົງການເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ນີ້ແມ່ນເຫດດິນເຊາະເຈືຶ່ອນຮ້າຍແຮງທີ່ສຸດ ນັບແຕ່ພາຍຫລັງເຫດໄພພິບັດທຳມະຊາດແຜ່ນດິນໄຫວປີ 2008, ເຮັດໃຫ້ 87.000 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ