ເກີດເຫດລະເບີດຢູ່ສະໜາມບິນທະຫານ ລັດເຊຍ ໃນແຫຼມ Crimea

(VOVWORLD) - ວົງການເຈົ້າໜ້າທີ່ໄດ້ປິດລ້ອມເຂດດັ່ງກ່າວ ແລະ ອຳນາດການປົກຄອງພວມຕິດຕາມການໄຟໄໝ້. ປະຊາຊົນປະມານ 30 ຄົນທີ່ດຳລົງຊີວິດຢູ່ໃກ້ກັບສະໜາມບິນໄດ້ຖືກຍົກຍ້າຍໄປຍັງເຖິງບ່ອນປອດໄພ.
ເກີດເຫດລະເບີດຢູ່ສະໜາມບິນທະຫານ ລັດເຊຍ ໃນແຫຼມ Crimea - ảnh 1ການລະເບີດເຫັນແຕ່ທາງໄກ (ພາບ:Kyiv Post/ TTXVN)

ວັນທີ 9 ສິງຫາ, ສື່ມວນຊົນທ້ອງຖິ່ນໄດ້ຄັດສະເໜີບົດລາຍງານຂອງທ່ານ Sergei Aksyonov, ຜູ້ນຳ ສາທາລະນະລັດ Crimea ( ຂຶ້ນກັບລັດເຊຍ ນັບແຕ່ປີ 2014) ໄດ້ຢັ້ງຢືນວ່າ: ມີ 1 ຄົນຖືກເສຍຊີວິດ ແລະ ອີກ 5 ຄົນຖືກຮັບບາດເຈັບຍ້ອນສາງບັນຈຸລູກປືນລະເບີດຢູ່ສະໜາມບິນ Saki ໃກ້ກັບບ້ານ Novofedorovka ຢູ່ແຫຼມ Crimea. ໃນຈຳນວນຜູ້ຖືກຮັບບາດເຈັບມີເດັກນ້ອຍຄົນໜຶ່ງ. ວົງການເຈົ້າໜ້າທີ່ໄດ້ປິດລ້ອມເຂດດັ່ງກ່າວ ແລະ ອຳນາດການປົກຄອງພວມຕິດຕາມການໄຟໄໝ້. ປະຊາຊົນປະມານ 30 ຄົນທີ່ດຳລົງຊີວິດຢູ່ໃກ້ກັບສະໜາມບິນໄດ້ຖືກຍົກຍ້າຍໄປຍັງເຖິງບ່ອນປອດໄພ.

        ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບເຫດລະເບີດແຕກ, ລູກປືນທາງອາກາດຢູ່ສາງບັນຈຸທີ່ຫາກໍ່ໄດ້ຮັບການຍົກລະດັບຢູ່ສະໜາມບິນ Saki, ໃກ້ກັບບ້ານ Novofedorovka, ຂຶ້ນກັບແຫຼມ Crimea. ກະຊວງນີ້ໄດ້ຢັ້ງຢືນວ່າ: ບໍ່ມີການບຸກໂຈມຕີໃດໆ ແລະ ບໍ່ມີວັດຖຸອຸປະກອນການບິນໃດຖືກເປ່ເພ, ພ້ອມທັງບັນດາມາດຕະການອື່ນໆພວມໄດ້ຮັບການປະຕິບັດເພື່ອຢັ້ງຢືນສາຍເຫດພາໃຫ້ເກີດເຫດ.

ຕອບກັບ

ຂ່າວ/ບົດ​ອື່ນ