ເກີດເຫດວາງລະເບີດ8ຄັ້ງໃນ24ຊົ່ວໂມງຢູ່ໄທ

ເກີດເຫດວາງລະເບີດ8ຄັ້ງໃນ24ຊົ່ວໂມງຢູ່ໄທ - ảnh 1
​ເຫດ​ວາງລະ​ເບີດ​ຢູ່​ແຂວງ ຈາງ ທາງ​ພາກ​ໃຕ້ ​ໄທ
(ພາບ: Bangkok Post)

(vovworld) - ຕຳຫລວດ ​ໄທ ​ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນ​ທີ 12/08 ​ໄດ້​ເກີດ 2 ​ເຫດ​ວາງ​ລະ​ເບີດ​ຢູ່​ເຂດ​ຕາກ​ອາກາດ​ທີ່​ລື​ຊື່ ຫົວ​ຫີນ, ຫ່າງ​​ຈາກ​ນະຄອນຫລວງ ບາງກອກ ຂອງ​ປະ​ເທດ​ນີ້ 200 ກມ ​ໄປທາງ​ພາກ​ໃຕ້ ​ເຮັດ​ໃຫ້​​ໜຶ່ງ​ຄົນ​ເສຍ​ຊີວິດ ​ແລະ 3 ຄົນ​ຮັບ​ບາດ​ເຈັບ. ດັ່ງ​ນັ້ນ ​ໄດ້​ມີ 4 ຄົນ​ເສຍ​ຊີວິດ​ໃນ 8 ​ເຫດ​ວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ໄທ, ​ໃນ​ນັ້ນ ມີ 4 ​ເຫດ​ວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່ ຫົວ​ຫີນ ​ໃນ 24 ຊົ່ວ​ໂມງຜ່ານ​ມາ. ນອກຈາກ 4 ​ເຫດ​ວາງ​ລະ​ເບີດ​ຢູ່ ຫົວ​ຫີນ, ຍັງ​ເກີດ 2 ​ເຫດ​ວາງ​ລະ​ເບີດ​ຢູ່ ພູ​ເກັດ ​ແລະ  ​ເຫດ​ວາງ​ລະ​ເບີດ​ຢູ່ ສຸລາດ ທານີ ທາງ​ເຂົ້າ​ບັນດາ​​ເຂດ​ເກາະດອນ​ຕາກ​ອາກາດ​ທາງ​ພາກ​ໃຕ້ ​ໄທ ​ແລະ ​ເຫດ​ວາງລະ​ເບີດ​ຢູ່​ແຂວງ ຈາງ ທາງ​ພາກ​ໃຕ້ ​ໄທ. ປະຈຸ​ບັນ ກຳລັງ​ເຈົ້າ​ໜ້າ​ທີ່ ​ໄທ ພວມ​ຕັ້ງໜ້າສຳ​ຫລວດ​ກວດກາ​ສາຍ​ເຫດ​ທີ່​ພາ​ໃຫ້​​ເກີດບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ ​ແລະ ຕາມ​ລາ​ຕົວ​ການ.

ຂ່າວ/ບົດ​ອື່ນ