ເກີດເຫດວາງລະເບີດຄັ້ງໃໝ່ຢູ່ນະຄອນຫຼວງ Colombo, ສີລັງກາ

(VOVWORLD) - ມີລົດບັນທຸກຄັນໜຶ່ງໄດ້ລະເບີດ ຢູ່ໃກ້ ໂບດ St. Anthony ທີ່ນະຄອນຫຼວງ ໂກລົມໂບ ຂອງສີລັງກາ ໃນວັນທີ 22 ເມສາ. 

       ຕາມແຫຼ່ງຂ່າວຕ່າງໆແລ້ວ, ກໍາລັງຮັບຜິດຊອບ ສີລັງກາ ໄດ້ຮັບຂ່າວ ວ່າ ມີລົດບັນທຸກຄັນໜຶ່ງຖືກສົງໄສ ໄດ້ຈອດຢູ່ ຫ່າງຈາກ ໂບດ St. Anthony ປະມານ 50 ແມັດ ແຕ່ວັນທີ 21 ເມສາ. ເມື່ອກວດກາລົດຄັນດັ່ງກ່າວ, ຕໍາຫຼວດໄດ້ພົບເຫັນລູກລະເບີດ 3 ໜ່ວຍ. ໃນຂະນະພວມຊອກຫາວິທີສະກັດກັ້ນການລະເບີດນັ້ນ ບັນດາລູກລະເບີດດັ່ງກ່າວ ໄດ້ລະເບີດຂຶ້ນ ເຮັດໃຫ້ສາມັນຊົນຢູ່ອ້ອມຂ້າງມີຄວາມແຕກຕື່ນ. ປັດຈຸບັນຍັງບໍ່ທັນໄດ້ມີຂ່າວຄາວກ່ຽວກັບຜູ້ຖືກຮັບບາດເຈັບໃດໆຈາກເຫດການດັ່ງກ່າວ.

        ໃນວັນດຽວກັນ, ເຈົ້າໜ້າທີ່ຄົນໜຶ່ງຂອງ ອາເມລິກາ ໃຫ້ຮູ້ວ່າ ກຸ່ມປະຕິບັດບັນດາເຫດວາງລະເບີດຢູ່ ສີລັງກາ ອາດສາມາດຖືກຜົນສະທ້ອນ ຍ້ອນແນວຄວາມຄິດຫົວຮຸນແຮງຂອງ ອົງການ IS. ປັດຈຸບັນ, ສາເຫດຂອງບັນດາເຫດບຸກໂຈມຕີດັ່ງກ່າວພວມໄດ້ຮັບການສືບສວນ. ຜູ້ຖືກສົງໄສ 24 ຄົນ ຖືກຈັບຕົວເພື່ອສືບສວນ ແລະ ຍັງບໍ່ທັນມີອົງການ ຫຼື ສ່ວນບຸກຄົນໃດໆ ອອກມາຍອມຮັບກໍ່ໃຫ້ເກີດເຫດດັ່ງກ່າວຢ່າງເປັນທາງການເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ