ເກີດເຫດ​ວາງ​ລະ​ເບີດ​ຢູ່ ອາ​ບ​ກາ​ນິດ​ສະ​ຖານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ ແລະ ບາດ​ເຈັບ​ຫຼາຍຄົນ

(VOVWORLD) -ມີຜູ້ເສຍຊີວິດ 15 ຄົນ ແລະ ຜູ້ຮັບບາດເຈັບ 20 ຄົນ ພາຍຫຼັງເກີດເຫດດັ່ງກ່າວ.  ປັດຈຸບັນ, ຍັງບໍ່ທັນມີກຸ່ມຄົນໃດອອກມາກ່າວຮັບຜິດຊອບເຫດວາງລະເບີດດັ່ງກ່າວ.
ເກີດເຫດ​ວາງ​ລະ​ເບີດ​ຢູ່ ອາ​ບ​ກາ​ນິດ​ສະ​ຖານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ ແລະ ບາດ​ເຈັບ​ຫຼາຍຄົນ - ảnh 1ມີຜູ້ເສຍຊີວິດ 15 ຄົນ ແລະ ຜູ້ຮັບບາດເຈັບ 20 ຄົນ (ພາບ: TTXVN)

ວັນທີ 6 ມິຖຸນາ ໄດ້ເກີດເຫດວາງລະເບີດສະຫຼະຊີບດ້ວຍລົດໂອໂຕຢູ່ໜ້າປະຕູປ້ອມຕຳຫຼວດຢູ່ແຂວງ Balkh, ພາກເໜືອ ອາບການິດສະຖານ, ອັນໄດ້ເຮັດໃຫ້ປ້ອມຕຳຫຼວດດັ່ງກ່າວສັ່ນສະເທື່ອນ ແລະ ກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີ ກໍຄື ຊັບສິນເປັນຈຳນວນຫຼາຍ. ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 15 ຄົນ ແລະ ຜູ້ຮັບບາດເຈັບ 20 ຄົນ ພາຍຫຼັງເກີດເຫດດັ່ງກ່າວ.  ປັດຈຸບັນ, ຍັງບໍ່ທັນມີກຸ່ມຄົນໃດອອກມາກ່າວຮັບຜິດຊອບເຫດວາງລະເບີດດັ່ງກ່າວ.

ໃນໄລຍະການປະທະກັນທີ່ແກ່ຍາວມາເປັນເວລາເກືອບ 20 ປີທີ່ຜ່ານມາຢູ່ ອາບການິດສະຖານ, ມີຜູ້ເສຍຊີວິດນັບສິບໝື່ນຄົນ ແລະ ນັບລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງ. ການເຈລະຈາຄັ້ງຕ່າງໆລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ບັນດາມືປືນ ຕາລີບານ ໄດ້ເລີ່ມດຳເນີນແຕ່ເດືອນ ກັນຍາ 2020 ແຕ່ກໍຍັງຖືກຢຸດສະງັກຢູ່, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ