ເກີດເຫດວາງລະເບີດຢູ່ທາງທິດຕາເວັນອອກສ່ຽງເໜືອຂອງນີເຊເຣຍເຮັດໃຫ້ນັບສິບຄົນເສຍຊີວິດ

ເກີດເຫດວາງລະເບີດຢູ່ທາງທິດຕາເວັນອອກສ່ຽງເໜືອຂອງນີເຊເຣຍເຮັດໃຫ້ນັບສິບຄົນເສຍຊີວິດ - ảnh 1
ນະຄອນ Gombe ເຊິ່ງເປັນສະຖານທີ່ເກີດ​​ 2 ເຫດການ​ວາງ​ລະ​ເບີດ
(ພາບ: Aljazeera.com)

(vovworld)- ​ຄຳ່​ຄືນ​ວັນ​ທີ 16/7 (ຕາມ​ເວລາ​ຫວຽດນາມ) ​ໄດ້​ເກີດ​ຂຶ້ນ​ 2 ເຫດການ​ວາງ​ລະ​ເບີດຢ່າງ​ລຽນຕິດ​ທີ່​ເຂດ​ຕະຫຼາດຢູ່​ນະຄອນ Gombe, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ​ເຊ​ເຣຍ, ອັນ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 49 ຄົນ​ເສຍ​ຊີວິດ ​ແລະ ນັບ​ສິບ​ຄົນ​ ຮັບ​ບາດ​ເຈັບ. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂຶ້ນ​ກັບ​ອົງການ​ຄຸ້ມ​ຄອງສະພາວະສຸກ​ເສີນແຫ​່ງຊາດ​ນີ​ເຊ​ເຣຍ ​ໄດ້​ຮັບຮອງບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ເສຍຊີວິດຈະ​ຍັງ​ເພີ່ມ​ຂຶ້ນ​ຍ້ອນ​ຫຼາຍ​ຄົນ​ຮັບ​ບາດ​ສາຫັດ. ກຸ່ມທະຫານ​ກະບົດ Boko Haram ​ໄດ້ຖືກ​ຖື​ວ່າ​ແມ່ນຕົວ​ການປະຕິບັດ​ບັນດາ​​ເຫດການວາງ​ລະ​ເບີດ​ດັ່ງກ່າວ. ທ່ານ​ປະທານາທິບໍດີ​ນີ​ເຊ​ເຣຍ Muhammadu Buhari  ​ເຄີຍ​ຖະ​ແຫຼ​ງວ່າ ການດັບ​ສູນ Boko Haram ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ທ່ານ, ​ແຕ່​ວ່າ​ນັບ​ຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ​ໃນ​ບັນດາ​ເຫດການ​ວາງ​ລະ​ເບີດ ​ແລະ  ຍິງ​ປືນນັບ​ແຕ່​ເມື່ອ​ທ່ານ​ໄດ້​​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 29/5 ຫວ່າງ​ແລ້ວ​ນີ້.

ຂ່າວ/ບົດ​ອື່ນ