ເກີດເຫດວາງລະເບີດຢູ່ພາກໃຕ້ ໄທ

 ເກີດເຫດວາງລະເບີດຢູ່ພາກໃຕ້ ໄທ - ảnh 1
ຕຳຫລວດໄທຖືກເສຍຊີວິດໃນເຫດວາງລະເບີດ
ພາບ: internet

(vovworld) - ຕຳຫລວດ​ໄທ​ໃຫ້​ຮູ້​ວ່າ ວັນ​ທີ 25/7 ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ແຄມ​ທາງ​ຢູ່ ​ເມືອງ ຣາມານ ​ແຂວງ ຢາ​ລາ ພາກ​ໃຕ້​ໄທ ຊຶ່ງ​ເຮັດ​ໃຫ້ ຕຳຫລວດ 5 ຄົນ​ເສຍ​ຊີວິດ ​ແລະ ຜູ້​ຫນຶ່ງ​ຖືກ​ບາດ​ເຈັບ​ສາຫັດ. ລຸກ​ລະ​ເບີດ​​ຖືກ​ວາງຢູ່​ໃກ້​ກັບ​ຂົວ​ແຫ່ງ​ຫນຶ່ງ ຢູ່ ຣາມານ ​ແລະ ລະ​ເບີດ​​ແຕກເມື່ອ​ລົດ​ລາດ​ຕາ​ເວັນ​ຄັນ​ຫນຶ່ງ​ຂົນ​ສົ່ງ​ຕຳຫລວດ 6 ຄົນ​​  ແລ່​ນຜ່ານ. ອຳນາດ​ການ​ປົກຄອງ​ໄທ ​ໄດ້​ເພີ່ມ​ທະວີຈຳນວນ ຕຳຫລວດ​ຢູ່​ເຂດ​ນີ້​ເພື່ອ​ປົກ​ປ້ອງ​ບັນດາ​ຄູ​ອາຈານຊຶ່ງ​ແມ່ນ​ເປົ້າ​ໝາຍ​ເຄີ​ຍຖືກ​ມື​ປືນ​ບຸກ​ໂຈມ​ຕີ./.

ຂ່າວ/ບົດ​ອື່ນ