ເກີດເຫດວາງລະເບີດຫຼາຍຄັ້ງຢູ່ອິນໂດເນເຊຍ: ອາຊຽນອອກຖະແຫຼງການກ່າວປະນາມ

(VOVWORLD) -ວັນທີ 18 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມຢ່າງຮຸນແຮງຕໍ່ບັນດາເຫດກໍ່ການຮ້າຍຢູ່ອິນໂດເນເຊຍ ຫວ່າງແລ້ວນີ້.
ເກີດເຫດວາງລະເບີດຫຼາຍຄັ້ງຢູ່ອິນໂດເນເຊຍ: ອາຊຽນອອກຖະແຫຼງການກ່າວປະນາມ - ảnh 1(ພາບປະກອບ: AFP/TTXVN)

ຖະແຫຼງການຊີ້ແຈ້ງວ່າ, ອາຊຽນ ກ່າວປະນາມຢ່າງຮຸນແຮງຕໍ່ບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ເຂດໃກ້ຄຽງກັບໂບດ 3 ແຫ່ງ ແລະ ປ້ອມຕຳຫຼວດຢູ່ Surabaya ແລະ Pekanbaru ຂອງອິນໂດເນເຊຍ ໃນລະຫວ່າງວັນທີ 13,14 ແລະ 16 ພຶດສະພາຜ່ານມາ, ເຮັດໃຫ້ສາມັນຊົນເສຍຊີວິດ ແລະ ຫຼາຍຄົນຮັບບາດເຈັບ. ຖະແຫຼງການກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງບັນດາຄອບຄົວຖືກຜົນສະທ້ອນ. ອາຊຽນ ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍຢ່າງຄົບຖ້ວນໃຫ້ແກ່ບັນດາຄວາມມານະພະຍາຍາມຂອງລັດຖະບານອິນໂດເນເຊຍ ໃນການແກ້ໄຂສະພາບການ ແລະ ນຳຕົວການຂຶ້ນສານພິພາກສາ.

      ຖະແຫຼງການກໍ່ໃຫ້ຮູ້ວ່າ, ອາຊຽນ ພ້ອມແລ້ວທີ່ຈະສາມັກຄີກັບລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໃນຈຸດເວລາທີ່ຫຍຸ້ງຍາກນີ້, ພ້ອມທັງຢືນຢັນຄືນໃໝ່ຄຳໝັ້ນສັນຍາໃນການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອແນໃສ່ຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ