ເກີດເຫດອັກຄີໄພຢູ່ນະຄອນຫຼວງ ມົດສກູ ຂອງລັດເຊຍ ເຮັດໃຫ້ 38 ຄົນເຊີຍຊີວິດ

ເກີດເຫດອັກຄີໄພຢູ່ນະຄອນຫຼວງ ມົດສກູ ຂອງລັດເຊຍ ເຮັດໃຫ້ 38 ຄົນເຊີຍຊີວິດ - ảnh 1
(ພາບ: vietnamnet.vn/BBC)

(vovworld) - ​ເຫດ​ອັກຄີ​ໄພເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/04, ຢູ່​ໂຮ​ງໝໍ​ແຫ່ງ​ໜຶ່ງ​ຢູ່​​ເຂດຊານ​ນະຄອນ​ຫຼ​ວງມົດສກູ, ປະ​ເທດ​ລັດ​ເຊຍ ​ເຊິ່ງເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 38 ຄົນ​ເສຍ​ຊີວິດ. ຕາມ​ສຳນັກ​ຂ່າວສານ​ລັດ​ເຊຍ RIA Novosti ​ແລ້ວ, ​​ເຫດໄຟ​ໄໝ້​ເກີດ​ຂຶ້ນ​ໃນ​ເວລາ​ 3 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ​ເມື່ອ​ທຸກ​ຄົນ​ກຳລັງ​ນອນ​ລັບ​ຢູ່. ​ແຈ້ງ​ຂ່າວ​ໃນ​ເບື້ອງຕົ້ນ​ໃຫ້​ຮູ້​ວ່າ, ກຳລັງ​ເຈົ້າ​ໜ້າ​ທ່ີ​ສາມາດຍົກ​ຍ້າຍ​ພຽງໄດ້ 3 ຄົນ​ເຊິ່ງລວມມີນາງ​ແພດ​ຄົນ 1 ​ແລະ ຄົນ​ເຈັບ 2 ຄົນ ​ໃນ​ຈຳນວນ 41 ຄົນ​ມີໜ້າຢູ່​ໂຮງໝໍ​ໃນ​ຈຸດ​ເວລາ​ເກີດ​ໄຟ​ໄໝ້. ຕາມ​ກະຊວງ​ສະພາວະສຸ​ກ​ເສີນ​ລັດ​ເຊຍ ​ແລ້ວ, ​​ເຫດ​ອັກຄີ​ໄພໄດ້​ເຮັດ​ໃຫ້ໂຮງໝໍຖືກ​ເຜົາ​ຢ່າງ​ຮາບ​ຄາບ. ຕາມ​​ແຫຼ່ງຂ່າວ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ, ​ໄດ້ພົບ​ເຫັນ​​ສົບຂອງຜູ້​ຮັບ​ເຄາະ​ຮ້າຍ 12 ຄົນ​​ແລ້ວ. ​

ຂ່າວ/ບົດ​ອື່ນ