ເກີດເຫດ​ອຸ​ມົງພັງ​ຖະ​ຫຼົ່ມ​ຢູ່ ອິນ​ເດຍ: ຮີບ​ເຮັ່ງ​ກູ້​ເອົາ​ຊີ​ວິດ​ຂອງກຳ​ມະ​ກອນ

(VOVWORLD) - ເຫດອຸມົງພັງຖະຫຼົ່ມ ເກີດຂຶ້ນໃນຂະນະທີ່ 2 ກຸ່ມກຳມະກອນກໍ່ສ້າງພວມມອບວຽກປ່ຽນກະ. ມີກຳມະກອນປະມານ 40 ຄົນຖືກຕິດຄ້າງໃນເຫດການດັ່ງກ່າວ.
ເກີດເຫດ​ອຸ​ມົງພັງ​ຖະ​ຫຼົ່ມ​ຢູ່ ອິນ​ເດຍ: ຮີບ​ເຮັ່ງ​ກູ້​ເອົາ​ຊີ​ວິດ​ຂອງກຳ​ມະ​ກອນ - ảnh 1ຄວາມມານະພະຍາຍາມກູ້ໄພກູ້ຊີບພວມໄດ້ຜັນຂະຫຍາຍຢ່າງຮີບເຮັ່ງຢູ່ລັດ Uttarakhand  (ພາບ: Indian Express)

ຄວາມມານະພະຍາຍາມກູ້ໄພກູ້ຊີບພວມໄດ້ຜັນຂະຫຍາຍຢ່າງຮີບເຮັ່ງຢູ່ລັດ Uttarakhand, ເຂດທາງທິດເໜຶອ ອິນເດຍ ເພື່ອແນໃສ່ກອບກູ້ເອົາຊີວິດກຳມະກອນຢ່າງໜ້ອຍສຸດ 40 ຄົນ ເຊິ່ງພວມຖືກຕິດຄ້າງໃນເຫດອຸມົງພັງຖະຫຼົ່ມໃນຂະນະທີ່ພວມດຳເນີນການກໍ່ສ້າງ ໃນວັນທີ 12 ພະຈິກ.

        ເຫດອຸມົງພັງຖະຫຼົ່ມ ເກີດຂຶ້ນໃນຂະນະທີ່ 2 ກຸ່ມກຳມະກອນກໍ່ສ້າງພວມມອບວຽກປ່ຽນກະ. ມີກຳມະກອນປະມານ 40 ຄົນຖືກຕິດຄ້າງໃນເຫດການດັ່ງກ່າວ. ຖັງ ອົກຊີ ກຳລັງໄດ້ລຳລຽງຂົນສົ່ງເຂົ້າໄປ ແຕ່ດິນ ແລະ ຫີນ ຍັງສືບຕໍ່ຖືກເຊາະເຈື່ອນລົງໃນຂະນະທີ່ກຳລັງກູ້ໄພກູ້ຊີບເຮັດວຽກ.

      

ຕອບກັບ

ຂ່າວ/ບົດ​ອື່ນ