ເກີດເຫດເຮືອບິນເຮລີກອບເຕີຕົກຢູ່ ປາກິດສະຖານ

(VOVWORLD) -ກຳລັງທີ່ມີໜ້າທີ່ໄດ້ພົບສະເກັດຂອງເຮືອບິນເຮລີກອບເຕີຢູ່ເຂດ Musa Goth, Windar, Lasbela ຂອງແຂວງ Balochistan.

ວັນທີ 02 ສິງຫາ, ກອງທັບ ປາກິດສະຖານ ໃຫ້ຮູ້ວ່າ, ມີນາຍທະຫານຂັ້ນສູງ 6 ຄົນຂອງກຳລັງນີ້ເສຍຊີວິດ ເມື່ອເຮືອບິນເຮລີກອບເຕີກຳລັງປະຕິບັດບັ້ນເຄື່ອນໄຫວ ກູ້ໄພກູ້ຊີບໃນເຫດການນ້ຳຖ້ວມຢູ່ແຂວງ Balochistan. ເຮືອບິນລຳດັ່ງກ່າວຂອງກອງທັບ ປາກິດສະຖານ ເລີ່ມບິນຈາກນະຄອນ Uthal ໃນເວລາ 17 ໂມງ 10 ນາທີຂອງວັນທີ 01 ສິງຫາ (ຕາມເວລາທ້ອງຖິ່ນ) ແລະ ຄາດວ່າຈະລົງຈອດຢູ່ນະຄອນ Karachi ໃນເວລາ 18 ໂມງ 05 ນາທີ ໃນວັນດຽວກັນ, ແຕ່ບໍ່ສາມາດຕິດຕໍ່ໄດ້. ທ່ານພົນຈັດຕະວາ Babar Iftikhar, ຜູ້ຮັບຜິດຊອບການພົວພັນມະຫາຊົນລະຫວ່າງຂະແໜງ, ຢັ້ງຢືນວ່າ ກຳລັງທີ່ມີໜ້າທີ່ໄດ້ພົບສະເກັດຂອງເຮືອບິນເຮລີກອບເຕີຢູ່ເຂດ Musa Goth, Windar, Lasbela ຂອງແຂວງ Balochistan. ນາຍທະຫານທັງໝົດ 6 ຄົນ ແລະ ພົນທະຫານຢູ່ເຮືອບິນເຮລີກອບເຕີເສຍໄດ້ຊີວິດ. ຕາມການສືບສວນໃນເບື້ອງຕົ້ນ, ສາຍເຫດທີ່ເຮັດໃຫ້ເຮືອບິນລຳດັ່ງກ່າວຖືກອຸບັດຕິເຫດຕົກແມ່ນຍ້ອນສະພາບອາກາດບໍ່ດີ.

        ປະຈຸບັນ, ບັນດາເຈົ້າໜ້າທີ່ກອງທັບ ແລະ ຕຳຫຼວດພວມມານະພະຍາຍາມເຂົ້າເຖິງສະຖານທີ່ເກີດເຫດ, ແຕ່ປະສົບກັບຄວາມຫຍຸ້ງຍາກຍ້ອນເປັນເຂດພູສູງຊັນທຸລະກັນດານ ແລະ ນ້ຳຖ້ວມເຮັດໃຫ້ເສັ້ນທາງຢູ່ເຂດດັ່ງກ່າວເປ່ເພ.

ຕອບກັບ

ຂ່າວ/ບົດ​ອື່ນ