ເກີດເຫດເຮືອບິນໄໝ້ຢູ່ ລັດເຊຍ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) -ໄລ່ມາຮອດປັດຈຸບັນ ມີຜູ້ເສຍຊີວິດ 41 ຄົນ 

        ສໍານັກຂ່າວສານ ສະຫະພັນລັດເຊຍ (FAN) ໃນວັນທີ 5 ພຶດສະພາ ໄດ້ປະກາດບັນຊີລາຍຊື່ຜູ້ໂດຍສານໃນເຮືອບິນ Superjet 100 ຂອງ ບໍລິສັດການບິນ Aeroflot 73 ຄົນ ທີ່ຫາກໍຕ້ອງລົງຈອດສຸກເສີນຢູ່ສະໜາມບິນສາກົນ Sheremetyevo ໃນຂະນະກໍາລັງເດີນທາງແຕ່ Moskva ໄປຍັງ Murmansk, ຍ້ອນເກີດໄຟໄໝ້ເຮືອບິນ. ປັດຈຸບັນ ຍັງບໍ່ທັນຮູ້ຂ່າວຢ່າງເປັນທາງການ ກ່ຽວກັບສັນຊາດຂອງຜູ້ໂດຍສານ 73 ຄົນ ພ້ອມກັບພະນັກງານປະຈໍາຖ້ຽວບິນ 5 ຄົນ ໃນເຮືອບິນລໍາດັ່ງກ່າວເທື່ອ. ໄລ່ມາຮອດປັດຈຸບັນ ມີຜູ້ເສຍຊີວິດ 41 ຄົນ ໃນເຫດເຮືອບິນໄໝ້ດັ່ງກ່າວ ແລະ ຍັງບໍ່ຮູ້ສາເຫດຂອງອຸບັດຕິເຫດຄັ້ງນີ້ເທື່ອ

ຕອບກັບ

ຂ່າວ/ບົດ​ອື່ນ