ເກີດເຫດແຜ່ນດິນໄຫວ 3 ຄັ້ງຢ່າງລຽນຕິດໃນຕອນເຊົ້າວັນທີ 13 ສິງຫາຢູ່ ຢວຽນໜານ, ຈີນ

(VOVWORLD) - ຕາມຂ່າວຈາກອົງການແຜ່ນດິນໄຫວແຂວງ ຢວຽນໜານ ປະເທດ ຈີນ ໃຫ້ຮູ້ວ່າ: ແຕ່ 1 ໂມງ 44 ນາທີ ຫາ 3 ໂມງເຊົ້າວັນທີ 13 ສິງຫາ ໄດ້ເກີດເຫດແຜ່ນດິນໄຫວຂະໜາດໃຫຍ່ ແລະ ນ້ອຍ 3 ຄັ້ງຢູ່ແຂວງ ຢວຽນໜານ, ຈີນ.

ເຫດແຜ່ນດິນໄຫວແຮງທີ່ສຸດມີລະດັບຄວາມແຮງ 5 ຣິກເຕີ ຢູ່ຈຸດພິກັດ 24.19 ອົງສາເສັ້ນຂະໜານເໜືອ, 102.71 ອົງສາເສັ້ນແວງຕາແວັນອອກ, ຈຸດໃຈກາງຂອງແຜ່ນດິນໄຫວມີຄວາມເລິກ 7 ກມ. ຕາມການສະຖິຕິໃນເບື້ອງຕົ້ນ, ເຫດແຜ່ນດິນໄຫວໃນຕອນເຊົ້າວັນທີ 13 ສິງຫາ ໄດ້ເຮັດໃຫ້ 1 ຄົນຮັບບາດເຈັບ ແລະ ເຮືອນຊານ 2 ຫລັງຫັກພັງລົງ. ອົງການປ້ອງກັນຕ້ານໄພທຳມະຊາດ, ແຜ່ນດິນໄຫວແຂວງ ຢວຽນໜານ ກໍ່ໄດ້ປະກາດສະພາວະສຸກເສີນລະດັບ 3 ໂດຍດ່ວນ ແລະ ຈະດຳເນີນການປະຊຸມຂ່າວໃນຕອນເຊົ້າວັນທີ 13 ສິງຫາ ເພື່ອແຈ້ງລາຍລະອຽດກ່ຽວກັບສະພາບການຂອງເຫດແຜ່ນດິນໄຫວຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ