ເກີດເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ ເຮັດໃຫ້ຢ່າງໜ້ອຍສຸດ 50 ຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ຢ່າງໜ້າຍສຸດມີ 10 ຄົນະເສຍຊີວິດ ແລະ 40 ຄົນຮັບບາດເຈັບໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,4 ຣີກເຕີ ໄດ້ເກີດຂຶ້ນໃນຮຸງເຊົ້າວັນທີ 29 ກໍລະກົດ ຢູ່ເກາະ Lombok ຂອງປະເທດນີ້.
ເກີດເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ ເຮັດໃຫ້ຢ່າງໜ້ອຍສຸດ 50 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ເກີດເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ (ພາບ: AFP/TTXVN)
 

 ໂຄສົກອົງການຮັບຜິດຊອບການຫລຸດຜ່ອນໄພພິບັດທຳມະຊາດຂອງ ອິນໂດເນເຊຍ ທ່ານ Sutopo ໃຫ້ຮູ້ວ່າ: ຈຳນວນຄົນເສຍຊີວິດ ແລະ ຮັບບາດເຈັບຜ່ານການຢັ້ງຢືນແມ່ນຂຶ້ນກັບເມືອງ Sambelia ຂອງເກາະ Lombok. ປັດຈຸບັນ ເຈົ້າໜ້າທີ່ໄດ້ປະກາດຄຳສັ່ງຫ້າມຊົ່ວຄາວການເຄື່ອນໄຫວຂຶ້ນພູ Rinjani ຍ້ອນດິນເຊາະເຈື່ອນຢູ່ພູເຂົາໄຟນີ້. ເກາະ Lombok ແມ່ນສະຖານທີ່ທ່ອງທ່ຽວລືຊື່ຢູ່ທາງຕາເວັນອອກສ່ຽງໃຕ້ປະເທດ ອິນໂດເນເຊຍ ແລະ ຫ່າງຈາກເກາະທ່ອງທ່ຽວ Bali ປະມານ 100 ກມ ໄປທາງທິດຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ