ເກີດ​​ເຫດແຜ່ນ​ດິນ​ໄຫວ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ ຍີ່​ປຸ່ນ, ເຮັດ​ໃຫ້​ມີ​ຜູ້​ຖືກ​ບາດ​ເຈັບ​ຢ່າງ​ໜ້ອຍ​ສຸດ 8 ຄົນ

(VOVWORLD) - ຍັງບໍ່ທັນມີບົດລາຍງານກ່ຽວກັບຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ, ແຕ່ອຳນາດການປົກຄອງບາງທ້ອງຖິ່ນ ແລະ ສື່ມວນຊົນ ຍີ່ປຸ່ນ ໃຫ້ຮູ້ວ່າ ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 8 ຄົນ. 
ເກີດ​​ເຫດແຜ່ນ​ດິນ​ໄຫວ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ ຍີ່​ປຸ່ນ, ເຮັດ​ໃຫ້​ມີ​ຜູ້​ຖືກ​ບາດ​ເຈັບ​ຢ່າງ​ໜ້ອຍ​ສຸດ 8 ຄົນ - ảnh 1 ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,6 ຣິກເຕີ ໄດ້ເຮັດໃຫ້ບໍລິເວນອັນກວ້າງໃຫຍ່ຢູ່ທາງທິດຕາເວັນຕົກປະເທດນີ້ສັ່ນສະເທືອນ ໃນຕອນຄ່ຳວັນທີ 17 ເມສາ (ພາບ: Kyodo/TTXVN)

ວັນທີ 18 ເມເສ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ໄດ້ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,6 ຣິກເຕີ ໄດ້ເຮັດໃຫ້ບໍລິເວນອັນກວ້າງໃຫຍ່ຢູ່ທາງທິດຕາເວັນຕົກປະເທດນີ້ສັ່ນສະເທືອນ ໃນຕອນຄ່ຳວັນທີ 17 ເມສາ. ສຳນັກຂ່າວສານ Kyodo ໄດ້ຄັດສະເໜີແຫຼ່ງຂໍ້ມູນຂ່າວສານຈາກອົງການອຸຕຸນິຍົມ ຍີ່ປຸ່ນ ໂດຍໃຫ້ຮູ້ວ່າ ແຜນດິນໄຫວເກີດຂຶ້ນໃນເວລາ 23 ໂມງ 14 ນາທີຂອງວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ແຂວງ Ehime ແລະ ແຂວງ Kochi Prefecture ລ້ວນແຕ່ນອນຢູ່ເກາະ Shikoku ຢູ່ມະຫາສະໝຸດປາຊີຟິກ, ຄວາມເລິກໂຟກັດແມ່ນ 39 km ຢູ່ຊ່ອງແຄບທະເລລະຫວ່າງ ເກາະ Shikoku ກັບເກາະ Kyushu.

        ປັດຈຸບັນ, ຍັງບໍ່ທັນມີບົດລາຍງານກ່ຽວກັບຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ, ແຕ່ອຳນາດການປົກຄອງບາງທ້ອງຖິ່ນ ແລະ ສື່ມວນຊົນ ຍີ່ປຸ່ນ ໃຫ້ຮູ້ວ່າ ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 8 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ