ເກີດເຫດແຜ່ນດິນໄຫວຢ່າງແຮງຢູ່ຟີລິບປິນ,ກ່າວເຕືອນຄວາມສ່ຽງເກີດຄື້ນຟອງຍັກໃນບໍລິເວນກວ້າງ

(VOVWORLD) -ຕອນເຊົ້າວັນທີ 29 ທັນວາ, ໄດ້ເກີດເຫດແຜ່ນດິນໄຫວດ້ວຍຄວາມແຮງສັ່ນສະເທື່ອນ 6,9 ອົງສາຣິກເຕີ, ເຮັດໃຫ້ໝູ່ເກາະ Mindanao, ຢູ່ທາງພາກໃຕ້ຟີລິບປິນ.

ສູນເຕືອນໄພຄື້ນຟອງຍັກມະຫາສະມຸດປາຊີຟິກ ໄດ້ກ່າວເຕືອນວ່າ ຄື້ນຟອງຍັກ ອາດຈະເກີດຂຶ້ນຢູ່ບັນດາເຂດແຄມຝັ່ງທະເລ ໃນຂອບເຂດສະເໜີ 300 ກ.ມ ນັບແຕ່ໝູ່ເກາະ Mindanao, ລວມທັງຟີລິບປິນ ແລະ ອິນໂດເນເຊຍ. ບັນດາອົງການທີ່ກ່ຽວຂ້ອງປະເທດປະຈຳຖິ່ນ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ບັນດາເຂດອັນຕະລາຍ ຍົກຍ້າຍເຂົ້າໄປຢູ່ໃນເຂດດິນຕໍ່ແຜ່ນຢ່າງຮີບດ່ວນ. ຄາດວ່າ, ໃນ 2 – 3 ຊົ່ວໂມງຈະມາເຖິງ, ຄື້ນຟອງຍັກ ອາດຈະຊັດເຂົ້າບັນດາເກາະ Geme ແລະ Tabukan Tengah ຂອງອິນໂດເນເຊຍ ກໍຄືເກາະ Davao ຂອງຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ