ເກີ່ນ​ເທີ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສະ​ຫະ​ພາ​ບ​ເອີ​ຣົບ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -     ຕອນບ່າຍວັນທີ 23 ພະຈິກ, ການນຳນະຄອນເກີ່ນເທີ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສະຫະພາບເອີຣົບ (ອີຢູ) ຢູ່ ຫວຽດນາມ, ໂດຍທ່ານເອກອັກຄະລັດຖະທູດ Pier Giorgio Aliberti ເປັນຫົວໜ້າຄະນະ.
ເກີ່ນ​ເທີ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສະ​ຫະ​ພາ​ບ​ເອີ​ຣົບ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1 ທ່ານ ເຈິ່ນຫວຽດເຈື່ອງ, ປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ຕ້ອນຮັບທ່ານເອກອັກຄະລັດຖະທູດ Pier Giorgio Aliberti  (ພາບ: TTXVN)
ນະທີ່ນີ້, ທ່ານ ເຈິ່ນຫວຽດເຈື່ອງ, ປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໃຫ້ຮູ້ວ່າ: ເກີ່ນເທີ ຮຽກຮ້ອງໃຫ້ລົງທຶນພື້ນຖານໂຄງລ່າງເຕັກໂນໂລຢີສູງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຈາກບັນດາປະເທດສະມາຊິກຂອງ ສະຫະພາບເອີຣົບ. ນອກຈາກນັ້ນ, ນະຄອນກໍ່ຊອກຫາ ແລະ ຊຸກຍູ້ບັນດາກາລະໂອກາດຮ່ວມມືກັບ ອີຢູ ກ່ຽວກັບການບຳລຸງສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃນຂົງເຂດສາທາລະນະສຸກ ແລະ ການສຶກສາ, ຜ່ານນັ້ນ ບັນດາໂຄງການຄົ້ນຄວ້າ.. ທ່ານເອກອັກຄະລັດຖະທູດ Pier Giorgio Aliberti ໃຫ້ຄຳໝັ້ນສັນຍາວ່າ ຈະເປັນຂົວຕໍ່ຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືຢ່າງແທດຈິງທີ່ສຸດລະຫວ່າງບັນດາປະເທດສະມາຊິກໃນສະຫະພາບເອີຣົບ ກັບ ນະຄອນເກີ່ນເທີ, ພິເສດແມ່ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດດ້ວຍບັນດາມາດຕະການເຕັກໂນໂລຢີສູງ. ທ່ານເອກອັກຄະລັດຖະທູດ Pier Giorgio Aliberti ກໍຖືວ່າ: ສັນຍາການຄ້າເສລີ ອີຢູ - ຫວຽດນາມ ຈະແມ່ນກາລະໂອກາດເພື່ອໃຫ້ບັນດາແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽ,ນາມ ຍູ້ແຮງການແລກປ່ຽນການຄ້າ ກັບ ອີຢູ ໃນບັນດາຂົງເຂດທີ່ມີທ່າແຮງຂອງຕົນ ເປັນຕົ້ນແມ່ນ ສິນໃນນ້ຳ, ສິນທະເລ ແລະ ຜະລິດຕະພັນກະເສດ. 

ຕອບກັບ

ຂ່າວ/ບົດ​ອື່ນ