ເກີນເທີ ຕ້ອງສ້າງ ບາດກ້າວບຸກທະລຸ ໃນການພັດທະນາ ເຕັກໂນໂລຊີສູງ

ເກີນເທີ ຕ້ອງສ້າງ ບາດກ້າວບຸກທະລຸ ໃນການພັດທະນາ ເຕັກໂນໂລຊີສູງ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ເກີນ​​ເທີ)


(vovworld) - ​​ ເກີນ​​ເທີ ຕ້ອງ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ, ນີ້​ແມ່ນຄຳ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ  ​​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ເກີນ​​ເທີ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ກໍ່​ຄື​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄ້າງ​ຄາ​ເພື່ອ​ໃຫ້​ເກີນ​ເທີ ສືບ​ຕໍ່​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ​ເສີມ​ຂະຫຍາຍ​ທ່ີ​ຕັ້ງ, ບົດບາດ​ເປັນສູນກາງ, ສ້າງ​ການ​ແຜ່​ລາມພັດທະນາ​ໃຫ​້​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ປະຈຸ​ບັນ, ພື້ນຖານ​ໂຄງ​ລ່າງ​ຂອງ​ເກີນ​​ເທີ ​ໄດ້​ຄົບ​ຊຸດ​ພໍ​ສົມ​ຄວນ​ແລ້ວ. ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເກີນ​ເທີ ຕ້ອງ​ຄິດ​ໄລ່, ມີ​ຄວາມຂະຫຍັນ​ຂັນ​ເຄື່ອນ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳ​ຜະລິດ​ກົນ​ຈັກ, ​ເຄື່ອງ​ອຸປະ​ກອນ​ໃຫ້​ກະສິກຳ, ສິນ​ໃນ​ນ້ຳ. ​ທາງ​ແຂວງ ຄົ້ນຄວ້າ​ຕາມ​ທິດ​ດັ່ງກ່າວ ​ແລ້ວ​ສ້າງ​ກົນ​ໄກ​ຄົ້ນຄວ້າ​ໃຫ້ເປັນຜະລິດ​ຕະພັນຕະຫຼາດ”.

        ພ້ອມ​ກັບ​ການ​ພັດທະນາ​ບັນດາ​ຂະ​ແໜງ​ການ​ບໍລິການ​ທີ່​ມີ​ມາ​ແຕ່​ດົນ​ນານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ຕັກ​ເຕືອນ​ນະຄອນ​ເກີນ​ເທີ ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທ່ອງ​ທ່ຽວ ຄຽງ​ຄູ່​ກັບ​ການ​ສົ່ງ​ເສີມ​ການ​ພັດ​ມະ​ນາ​ພື້ນຖານ​ໂຄງ​ລ່າງ​ຄື​ໂຮງ​ແຮມ, ​ເຂດ​ພັກ​ຜ່ອນ​ຢ່ອນ​ອາລົ​ມທີ່​ມີ​ຄຸນ​ນະພາ​ບສູງ ຕິດ​ພັນ​ກັບ​ການ​ສ້າງ ​ແລະ ​ປະຕິບັດ​ບັນດາ​ລາຍການທ່ອງ​ທ່ຽວ​ແບບ​ຍື່ນ​ຍົງ. ​ແລະ​ກໍ່​ທີ່​ການ​ເຮັດ​ວຽກ, ທ່ານ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ໄດ້​ຍົກ​ອອກ​ຄຳ​ເຫັນ​ກຳນົດ​ທິດ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ນະຄອນ​ເກີນ​ເທີ ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບ​ແຫຼ່ງທຶນໜູນ​ຊ່ວຍ ODA; ໜູນ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ລົງທຶນ​ພື້ນ​ຖານ​ໂຄງ​ລ່າງ.

ຂ່າວ/ບົດ​ອື່ນ