ເກີ່ນເທີ: ວັນບຸນ “ຄວາມໄຝ່ຝັນໃນລະດູບານໃໝ່” ໃຫ້ແກ່ເດັກນ້ອຍຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງ

(VOVWORLD) - ໃນວັນບຸນມີການເຂົ້າຮ່ວມຂອງຜູ້ແທນເດັກນ້ອຍກ່ວາ 1.000 ຄົນ ເຊິ່ງເປັນບັນດາແບບຢ່າງດີເດັ່ນ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ຝຶກອົບຮົມ, ແຂ່ງຂັນເສັງໄດ້ຄະແນນສູງ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ຮຽນແປງເກັ່ງ, ຊ່ວຍເຫຼືອໝູ່ເພື່ອນ, ຟັງຄວາມພໍ່ແມ່.
ເກີ່ນເທີ: ວັນບຸນ “ຄວາມໄຝ່ຝັນໃນລະດູບານໃໝ່” ໃຫ້ແກ່ເດັກນ້ອຍຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງ - ảnh 1 ພວກນ້ອງນ້ອຍເຂົ້າຮ່ວມລາຍການ

ວັນທີ 11 ກຸມພາ (ກົງກັບ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຄະນະຊາວໜຸ່ມ ເກີນເທີ ໄດ້ຈັດຕັ້ງວັນບຸນເຍົາໄວ ຄັ້ງທີ 4 ປີ 2018 ດ້ວຍຫົວຂໍ້ “ຄວາມໄຝ່ຝັນລະດູບານໃໝ່” ສະຫງວນໃຫ້ບັນດານ້ອງນ້ອຍຜ່ານຜ່າຄວາມຫຍຸ້ງຍາກເພື່ອຮຽນເກັ່ງ. ໃນວັນບຸນມີການເຂົ້າຮ່ວມຂອງຜູ້ແທນເດັກນ້ອຍກ່ວາ 1.000 ຄົນ ເຊິ່ງເປັນບັນດາແບບຢ່າງດີເດັ່ນ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ຝຶກອົບຮົມ, ແຂ່ງຂັນເສັງໄດ້ຄະແນນສູງ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ຮຽນແປງເກັ່ງ, ຊ່ວຍເຫຼືອໝູ່ເພື່ອນ, ຟັງຄວາມພໍ່ແມ່. ທີ່ວັນບຸນ, ພວກນ້ອງນ້ອຍໄດ້ເຂົ້າຮ່ວມການລະຫຼິ້ນທີ່ມີຜົນປະໂຫຍດຫຼາຍຢ່າງ. ພິເສດ, ຄ່ຳຄືນວັນທີ 11 ກຸມພາ, ພວກນ້ອງນ້ອຍໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນ, ຮັບຊົມລາຍການສະແດງສິລະປະ, ມອບທຶນການສຶກສາໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ຄະນະຈັດຕັ້ງໄດ້ມອບທຶນສຶກສາ 45 ທຶນ, ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ ພ້ອມກັບຂອງຂວັນ 360 ພູດ, ອັ່ງເປົ່າລວມມູນຄ່າກ່ວາ  110 ລ້ານດົ່ງໃຫ້ແກ່ເດັກນ້ອຍຂອງ 9 ເມືອງ ທີ່ເຂົ້າຮ່ວມງານບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ