ເກິ່ນເທີ ສູ້ຊົນກາຍເປັນສູນກາງເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງ

ເກິ່ນເທີ ສູ້ຊົນກາຍເປັນສູນກາງເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ໄດ້ຢ້ຽມຢາມງານຕະຫຼາດນັດ ສະ​ເຫຼີ​ມສະຫຼອງ 10 ປີທີ່​ນະຄອນ​ສັງກັດ​ສູນ​ກາງ
(ພາບ: Baocantho.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/12, ນະຄອນເກິ່ນ​ເທີ ​ໄດ້​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 10 ປີທີ່​ນະຄອນ​ສັງກັດ​ສູນ​ກາງ (2/1/2004-2/1/2014). ກ່າວ​ຄວາມ​ເຫັນ​ນະ​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ເກິ່ນ​ເທີ​ ບັນລຸ​ໄດ້​ໃນ 10 ປີຜ່ານມາ. ທ່ານ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເກິ່ນ​ເທີ ຄວນ​ສູ້​ຊົນ​ເພື່ອ​ກາຍ​ເປັນ​ນະ​ຄອນ​ອະວີ​ຍະ​ທຳ, ທັນ​ສະ​ໄໝ, ສົມ​​ເປັນປະຕູ​ຂອງ​ທັງເຂດ​ລຸ່ມ​ແມ່​ນ້ຳຂອງ; ເປັນ​ສູນ​ກາງອຸດສາຫະກຳ, ການ​ຄ້າ, ການ​ບໍລິການ, ​ເປັນ​ສູນກາງ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ສູນ​ກາງ​ສາທາລະນະ​ສຸກ - ວັດທະນະທຳ​ຂອງ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ຂອງ​ທົ່ວ​ປະ​ເທດ.

​ໃນ​ໂອກາດ​ນີ້, ຄະນພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ເກິ່ນ​ເທີ ​ໄດ້​ເປັນ​ກຽດ​ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ຂອງ​ປະທານ​ປະ​ເທດ, ຍ້ອນ​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ, ພັດທະນາ​ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ