ເກີ່ນ​ເທີ ໄດ້​ຮັບ​ລາງວັນ​ນະ​ຄອນ ອາ​ຊຽນ ສະ​ພາບ​ແວ​ດ​ລ້ອມ​ຍືນ​ຍົງ

(VOVWORLD) -ນະຄອນ ເກີ່ນເທີ ແມ່ນນະຄອນທີ 5 ຂອງ ຫວຽດນາມ ໄດ້ຮັບລາງວັນນະຄອນ ອາຊຽນ ສະພາບແວດລ້ອມຍືນຍົງ, ຖັດຈາກນະຄອນ ຮະລອງ, ດ່າໜັງ, ເຫວ້ ແລະ ດ່າລາດ.
ເກີ່ນ​ເທີ ໄດ້​ຮັບ​ລາງວັນ​ນະ​ຄອນ ອາ​ຊຽນ ສະ​ພາບ​ແວ​ດ​ລ້ອມ​ຍືນ​ຍົງ - ảnh 1ເກີ່ນເທີ - ນະຄອນ ອາຊຽນ ສະພາບແວດລ້ອມຍືນຍົງ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບສິ່ງແວດລ້ອມ ຄັ້ງທີ 32 – ASOEN 32 ເຊິ່ງຖືກຈັດຂຶ້ອນແບບທາງໄກໃນລະຫວ່າງວັນທີ 15 ຫາວັນທີ 17 ກັນຍາ 2021 ໄດ້ຮັບຮອງເອົາບັນຊີລາຍຊື່ອອກສະໝັກຍາດຊີງລາງວັນ ບັນດານະຄອນ ອາຊຽນ ທີ່ມີສະພາບແວດລ້ອມຍືນຍົງ ຄັ້ງທີ 5 ແລະ ໃບຢັ້ງຢືນນະຄອນ ອາຊຽນ ມີສະພາບແວດລ້ອມບົ່ມຊ້ອນຍືນຍົງ ຄັ້ງທີ 4. ຕາມນັ້ນແລ້ວ, ນະຄອນ ເກີ່ນເທີ ຂອງ ຫວຽດນາມ ກໍເປັນກຽດໄດ້ຮັບລາງວັນນະຄອນ ອາຊຽນ ທີ່ມີສະພາບແວດລ້ອມຍືນຍົງ ຄັ້ງທີ 5.

ລາງວັນດັ່ງກ່າວ ແມ່ນນອນໃນຂອບເຂດການເຄື່ອນໄຫວຂອງ ASOEN ແລະ AMME, ເຊິ່ງ 3 ປີຈັດຂຶ້ນເທື່ອໜຶ່ງ ແລະ ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2008. ນະຄອນ ເກີ່ນເທີ ແມ່ນນະຄອນທີ 5 ຂອງ ຫວຽດນາມ ໄດ້ຮັບລາງວັນດັ່ງກ່າວ, ຖັດຈາກນະຄອນ ຮະລອງ, ດ່າໜັງ, ເຫວ້ ແລະ ດ່າລາດ.


 

ຕອບກັບ

ຂ່າວ/ບົດ​ອື່ນ