ເກິ່ນ​ເທີ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ກັບ​ອິນ​ເດຍ​ກ່ຽວ​ກັບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ

(VOVWORLD) - ວັນທີ 30 ທັນວາ, ຢູ່ເກິ່ນເທີ, ການນຳນະຄອນໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ອິນເດຍ, ໂດຍທ່ານ Mafan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ.
ເກິ່ນ​ເທີ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ກັບ​ອິນ​ເດຍ​ກ່ຽວ​ກັບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ - ảnh 1ທ່ານເຢຶອງເຕິ໊ນຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Madan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ (ພາບ: baocantho.com.vn)

ໃນໄລຍະຈະມາເຖິງ, ເກິ່ນເທີ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບອິນເດຍໃນຂົງເຂດສາທາລະນະສຸກ, ລາຍລະອຽດແມ່ນສ້າງໂຮງໝໍທັນສະໄໝ ມີການລົງທຶນດ້ວຍອຸປະກອນ, ເຄື່ອງຈັກຕ່າງໆ; ຂົງເຂດການສຶກສາດ້ວຍໂຄງການແລກປ່ຽນນັກສຶກສາ, ບຳລຸງສ້າງຄູອາຈານລະດັບສູງ, ລົງທຶນກໍ່ສ້າງ ແລະ ຂຸດຄົ້ນເຂດເຕັກໂນໂລຢີຂໍ້ມູນຂ່າວສານແບບລວມສູນ, ສູນ Logistics ປະເພດ II ຢູ່ອະນຸພາກພື້ນເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້  ຢູ່ນະຄອນເກິ່ນເທີ.      ນອກຈາກນັ້ນ, ທາງນະຄອນກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ອິນເດຍໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ