ເກັບຄ່າແຍກຕົວສຳລັບຄົນເຂົ້າເມືອງ ຫວຽດນາມ ນັບແຕ່ວັນທີ 01 ກັນຍາ 2020 ເປັນຕົ້ນໄປ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງກະຊວງການເງິນ ຫວຽດນາມ ກ່ຽວກັບການປະຕິບັດເກັບຄ່າແຍກຕົວສາທາລະນະສຸກລວມໝູ່ສຳລັບບັນດາກໍລະນີເຂົ້າເມືອງ ຫວຽດນາມ.
ເກັບຄ່າແຍກຕົວສຳລັບຄົນເຂົ້າເມືອງ ຫວຽດນາມ ນັບແຕ່ວັນທີ 01 ກັນຍາ 2020 ເປັນຕົ້ນໄປ - ảnh 1 (ພາບປະກອບ/TTXVN)

        ຕາມນັ້ນແລ້ວ, ກໍລະນີຄົນເຂົ້າເມືອງ ຫວຽດນາມ ມີຄວາມຕ້ອງການຢາກແຍກຕົວຢູ່ໂຮງແຮມ, resort, ຮາກຖານອື່ນໆ ເຊິ່ງໄດ້ເລືອກເອົາເປັນບ່ອນແຍກຕົວ ແລະ ໄດ້ຮັບຄວາມເຫັນດີຈາກອົງການມີສິດອຳນາດນັ້ນ ບຸກຄົນດັ່ງກ່າວ ຕ້ອງໄດ້ຊຳລະຄ່າໃຊ້ຈ່າຍການກິນການຢູ່, ການດຳເນີນຊີວິດຕ່າງໆ ໃນໄລຍະແຍກຕົວໃຫ້ໂຮງແຮມ, resort, ຮາກຖານອື່ນໆ ຕາມລະດັບລາຄາ ຊຶ່ງໂຮງແຮມ, resort, ຮາກຖານອື່ນໆກຳນົດໄວ້.

        ກໍລະນີຄົນເຂົ້າເມືອງ ຫວຽດນາມ ປະຕິບັດການແຍກຕົວລວມໝູ່ຢູ່ບັນດາຄ້າຍທະຫານ, ວິທະຍາຄານການທະຫານ, ຮາກຖານອື່ນໆ ໂດຍອົງການຂອງລັດມີສິດອຳນາດ ກຳນົດໃຫ້ເອົາເປັນບ່ອນແຍກຕົວນັ້ນ ຕ້ອງໄດ້ຊຳລະຄ່າກິນຢູ່ເອງ ຕາມລະດັບ 80.000 ດົ່ງ/ວັນ; ຄ່າບໍລິການຮັບໃຊ້ການດຳເນີນຊີວິດໃນຊຸມວັນແຍກຕົວແມ່ນ 40.000 ດົ່ງ/ວັນ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຮຽກຮ້ອງໃຫ້ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ທຸກຄົນ ຕ້ອງຊື້ບັດປະກັນສຸຂະພາບສາກົນ ເຊິ່ງສາມາດຊຳລະການກວດ, ປິ່ນປົວພະຍາດຢູ່ ຫວຽດນາມ ໄດ້.

        ສຳລັບຊາວຕ່າງປະເທດ, ທ່ານນາຍົກລັດຖະມົນຕີມອບໃຫ້ກະຊວງສາທາລະນະສຸກເປັນເຈົ້າການ, ສົມທົບກັບບັນດາກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ລາຍງານຕໍ່ລັດຖະບານໂດຍໄວ ເພື່ອຍື່ນສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ, ສະພາແຫ່ງຊາດ ພິຈາລະນະ, ປັບປຸງເນື້ອໃນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອພະຍາດຕິດຕໍ່ໃຫ້ເໝາະສົມກັບສະພາບຕົວຈິງ.

        ບັນດາຂໍ້ກຳນົດດັ່ງກ່າວ ໄດ້ນຳໃຊ້ໃນກໍລະນີເຂົ້າເມືອງ ຫວຽດນາມ ແລະ ປະຕິບັດການແຍກຕົວມີຜົນສັກສິດນັບແຕ່ວັນທີ 1 ກັນຍາ 2020 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ