ເກີບໜັງ ຫວຽດນາມ ອາດຈະພັດທະນາໃນອະນາຄົດ

(VOVWORLD) - ເຖິງວ່າປະສົບກັບສິ່ງທ້າທາຍບໍ່ແມ່ນໜ້ອຍກໍ່ຕາມ ແຕ່ຂະແໜງເກີບໜັງ ຫວຽດນາມ ຍັງຄົງມີທ່າແຮງຫລາຍຢ່າງໃນການແກ່ງແຍ້ງ ໃນໄລຍ 20 ປີຈະມາເຖິງ.
ເກີບໜັງ ຫວຽດນາມ ອາດຈະພັດທະນາໃນອະນາຄົດ - ảnh 1 (ພາບປະກອບ/TTXVN)

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ກອງປະຊຸມຂັ້ນສູງຂະແໜງເກີບໜັງ ຫວຽດນາມ ປີ 2018, ໂດຍສະຫະສະມາຄົມເກີບໜັງ,ກະເປົາ ຫວຽດນາມ (Lefaso) ສົມທົບກັບບໍລິສັດ ECV Internation ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 21 ມີນາ. ທ່ານ ຢຽບແທ່ງກຽດ ຮອງປະທານ Lefaso ໃຫ້ຮູ້ວ່າ: ປັດຈຸບັນ ຫວຽດນາມ ໄດ້ບືນຕົວຂຶ້ນຢືນອັນດັບທີ 2 ໃນໂລກກ່ຽວກັບການສົ່ງອອກ ແລະ ຢືນອັບດັບທີ 3 ກ່ຽວກັບການຜະລິດເກີບໜັງ. ຕາມທ່ານ ຢຽບແທ່ງກຽດ ແລ້ວ, ຂະແໜງເກີບໜັງ ຫວຽດນາມ ອາດຈະພັດທະນາໃນໄລຍະ 20 ປີຈະມາເຖິງ. ໂດຍລະອຽດແມ່ນ ຫວຽດນາມ ໄດ້ແລະພວມເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເຂົ້າກັບເສດຖະກິດການຕະຫລາດ ດ້ວຍສັນຍາການຄ້າເສລີ (FTA) ໄດ້ລົງນາມ ແລະ ໄດ້ຮັບການປະຕິບັດ, ໃນນັ້ນ ມີບັນດາ FTA ກັບບັນດາຕະຫລາດສົ່ງອອກໃຫຍ່ຄື: ອີຢູ, ຍີ່ປຸ່ນ, ລັດເຊຍ, ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ