ເກືອບ 10.000 ຄົນຍ່າງເພືຶຶ່ອປະກອບໃຫ້ກອງທຶນເບິ່ງແຍງດູແລໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

(VOVWORLD) - ຜູ້ອອກແຮງງານທີ່ເຂົ້າຮ່ວມການຍ່າງ ກໍ່ໄດ້ຮັບຂອງຂວັນ, ນ້ຳນົມ, ໃຫ້ຄຳປຶກສາສຸຂະພາບ, ຊື້ເຄື່ອງຂອງຫລຸດລາຄາ…
ເກືອບ 10.000 ຄົນຍ່າງເພືຶຶ່ອປະກອບໃຫ້ກອງທຶນເບິ່ງແຍງດູແລໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ - ảnh 1ພາບປະກອບ

ວັນທີ 7 ມັງກອນ, ເກືອບ 10.000 ຄົນຢູ່ນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມລາຍການຍ່າງ “ເພື່ອສຸຂະພາບຜູ້ອອກແຮງງານ”. ເຫດການໂດຍສູນປະຕິບັດວຽກງານສັງຄົມກຳມະບານ (ຂຶ້ນກັບ ສະຫະພັນ ແຮງງານ ນະຄອນໂຮ່ຈີມິນ) ສົມທົບກັບ ສະຫະພັນແຮງງານ ນະຄອນ ຖູດຶກ ຈັດຂຶ້ນ.

        ຜູ້ອອກແຮງງານທີ່ເຂົ້າຮ່ວມການຍ່າງ ກໍ່ໄດ້ຮັບຂອງຂວັນ, ນ້ຳນົມ, ໃຫ້ຄຳປຶກສາສຸຂະພາບ, ຊື້ເຄື່ອງຂອງຫລຸດລາຄາ… ທ່ານໝໍ ມາຍແທັງຫວຽດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ Nutifood ເຂົ້າຮ່ວມການຍ່າງ ແລະ ແມ່ນນັກອຸປະຖຳໃຫ້ລາຍການໄດ້ແບ່ງປັນວ່າ:

        “ນີ້ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດ. ທຸກຄົນເຂົ້າຮ່ວມເຫດການມີຄວາມປະຕິຊົມຊື່ນ, ຕັ້ງໜ້າ ແລະ ສິ່ງດັ່ງກ່າວໄດ້ໝັ້ນໝາຍຈະແມ່ນຂະບວນການອອກກຳລັງກາຍ, ຂະບວນການຍ່າງສະຫງວນໃຫ້ສະມາຊິກກຳມະບານ, ເພື່ອເຮັດແນວໃດ ເພື່ອຍົກສູງສຸຂະພາບຂອງຜູ້ອອກແຮງງານເວົ້າສະເພາະ ແລະ ຂອງປະຊາຊົນທົ່ວປະເທດເວົ້າລວມ”.

ຕອບກັບ

ຂ່າວ/ບົດ​ອື່ນ