ເກືອບ 108 ລ້ານຄົນໃນໂລກຕິດເຊື້ອ COVID-19

(VOVWORLD) -ປະເທດຮັບຜົນສະທ້ອນຢ່າງໜັກທີ່ສຸດ ຍັງຄົງແມ່ນອາເມລິກາດ້ວຍ ຈຳນວນກໍລະນີ ຕິດເຊື້ອ COVID-19 ແມ່ນເກືອບ 28 ລ້ານຄົນ, ອິນເດຍຢືນອັນດັບ 2 ດ້ວຍ ຈຳນວນກໍລະນີ ຕິດເຊື້ອ COVID-19 ແມ່ນຫຼາຍກ່ວາ  10,8 ລ້ານຄົນ 
 ເກືອບ 108 ລ້ານຄົນໃນໂລກຕິດເຊື້ອ COVID-19 - ảnh 1ບັນດາພາລະກອນການແພດໃນໂຮງໝໍເຂດ Fountain Valley, ລັດ California (ພາບ: Reuters)

ຕາມເວບໄຊສະຖີຕິworldometers.info, , ໄລຮອດເວລາ 1 ໂມງວັນທີ 11 ກຸມພາ ຕາມເວລາ UTC ,ຍອດຈຳນວນກໍລະນີ ຕິດເຊື້ອ COVID-19 ໃນໂລກແມ່ນ 107,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດື 2,36 ລ້ານຄົນ.

   ປະເທດຮັບຜົນສະທ້ອນຢ່າງໜັກທີ່ສຸດ ຍັງຄົງແມ່ນອາເມລິກາດ້ວຍ ຈຳນວນກໍລະນີ ຕິດເຊື້ອ COVID-19 ແມ່ນເກືອບ 28 ລ້ານຄົນ, ອິນເດຍຢືນອັນດັບ 2 ດ້ວຍ ຈຳນວນກໍລະນີ ຕິດເຊື້ອ COVID-19 ແມ່ນຫຼາຍກ່ວາ  10,8 ລ້ານຄົນ

     ຖ້າຫາກສັງເກດຕາມຈຳນວນກໍລະນີເສຍຊີວິດ, ອາເມລິກາ ກໍຍັງຄົງນຳໜ໊າດ້ວຍ ຈຳນວນກໍລະນີເສຍຊີວິດ 438.039 ກໍລະນີ, ໃນຂະນະທີ່ ເບີຣາຊິວ ຢືນອັນດັບທີ 2 ດ້ວຍ ຈຳນວນກໍລະນີເສຍຊີວິດ 234.945 ກໍລະນີ. ສ່ວນຢູ່ອິນເດຍ, ຈຳນວນກໍລະນີເສຍຊີວິດແມ່ນ 155.399 ກໍລະນີ ໃນຂະນະທີ່ຢູ່ອັງກິດ ຈຳນວນກໍລະນີເສຍຊີວິດ ແມ່ນ114.851 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ