ເກືອບ 2/3 ຈຳນວນແຮງງານໃນໂລກເຮັດວຽກໃຫ້ແກ່ພື້ນຖານເສດຖະກິດນອກລະບົບ

(VOVWORLD) -ກ່ວາ 61% ຈຳນວນພົນລະເມືອງມີວຽກເຮັດງານທຳຂອງໂລກ ເທົ່າກັບ 2 ຕື້ຄົນ, ທຳມາຫາກິນລ້ຽງຊີບໃນຂົງເຂດເສດຖະກິດນອກລະບົບ
ເກືອບ 2/3 ຈຳນວນແຮງງານໃນໂລກເຮັດວຽກໃຫ້ແກ່ພື້ນຖານເສດຖະກິດນອກລະບົບ - ảnh 1 ສະພາບການອອກແຮງງານນອກລະບົບຢູ່ອິນເດຍ

 ຕາມແຈ້ງການຂອງອົງການແຮງງານສາກົນ (ILO) ທີ່ຂຶ້ນກັບ ສ.ປ.ຊ ຊຶ່ງໄດ້ປະກາດເມື່ອວັນທີ 30 ເມສາ, ກ່ວາ 61% ຈຳນວນພົນລະເມືອງມີວຽກເຮັດງານທຳຂອງໂລກ ເທົ່າກັບ 2 ຕື້ຄົນ, ທຳມາຫາກິນລ້ຽງຊີບໃນຂົງເຂດເສດຖະກິດນອກລະບົບ. ຕໍ່ໜ້າສະພາບການດັ່ງກ່າວ, ອົງການແຮງງານສາກົນ (ILO) ໄດ້ເນັ້ນໜັກເຖິງການຫັນປ່ຽນສູ່ພື້ນຖານເສດຖະກິດໃນລະບົບແມ່ນ ຂໍ້ກຸນແຈເພື່ອຮັບປະກັນການປົກປ້ອງສິດຂອງຜູ້ອອກແຮງງານ ກໍຄືບັນດາເງື່ອນໄຂເຮັດວຽກທີ່ດີເທົ່າທີ່ຄວນ. ຕາມບົດລາຍງານແລ້ວ, ສຳລັບແຮງງານນັບຮ້ອຍລ້ານຄົນ, ເສດຖະກິດນອກລະບົບ ກໍມີຄວາມໝາຍເຊັ່ນດຽວກັນກັບການຂາດການປົກປ້ອງຂອງສັງຄົມ, ສິດຢູ່ບ່ອນເຮັດວຽກ ແລະ ເງື່ອນໄຂອອກແຮງງານທີ່ສົມນາພາຄວນ ໃນຂະນະທີ່ສຳລັບບັນດາວິສາຫະກິດນັ້ນ, ສິ່ງນີ້ ແມ່ນມີຄວາມໝາຍວ່າ ແມ່ນສະມັດຕະພາບຕ່ຳ ແລະ ຂາດການຊົມໃຊ້ແຫຼ່ງການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ