ເກືອບ 271 ລ້ານຄົນຕິດພະຍາດ ໂຄວິດ-19 ໃນທົ່ວໂລກ

(VOVWORLD) -ໃນ 24 ຊົ່ວໂມງທີ່ຜ່ານມາ, ຢູ່ໃນທົ່ວໂລກມີຜູ້ຕິດເຊື້ອໃໝ່ຫຼາຍກວ່າ 425.000 ກໍລະນີ ແລະ ເສຍຊີວິດເກືອບ 4.600 ກໍລະນີ.
ເກືອບ 271 ລ້ານຄົນຕິດພະຍາດ ໂຄວິດ-19 ໃນທົ່ວໂລກ - ảnh 1ໂຮງໝໍແຫ່ງໜຶ່ງຢູ່ ອັງກິດ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ Worldometer.info, ໄລ່ຮອດເວລາ 1 ໂມງເຊົ້າ ວັນທີ 14 ທັນວາ (ຕາມເວລາ  ສາກົນ) ທົ່ວໂລກຢັ້ງຢືນມີ ຜູ້ຕິດເຊື້ອ ໂຄວິດ-19 ເກືອບ 271 ລ້ານ , ໃນນັ້ນຫຼາຍກວ່າ 5,32 ລ້ານ ກໍລະນີເສຍຊີວິດ. ອາເມລິກາ ສືບຕໍ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂຄວິດ-19 ສູງສຸດຂອງໂລກ ດ້ວຍຈຳນວນເກືອບ 819.000 ກໍລະນີເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອທັງໝົດເກືອບ 51 ລ້ານ ກໍລະນີ; ຕໍ່ຈາກນັ້ນແມ່ນ ອິນເດຍ ແລະ ບາຊິວ. ໃນ 24 ຊົ່ວໂມງທີ່ຜ່ານມາ, ຢູ່ໃນທົ່ວໂລກມີຜູ້ຕິດເຊື້ອໃໝ່ຫຼາຍກວ່າ 425.000 ກໍລະນີ ແລະ ເສຍຊີວິດເກືອບ 4.600 ກໍລະນີ.

       ໃນວັນທີ 13 ທັນວາ ຢູ່ເອີຣົບ, ທ່ານລັດຖະມົນຕີກະຊວງສາທາລະນະສຸກອັງກິດ, ຖະແຫຼງວ່າມີສາຍພັນ Omicron ທີ່ກາຍພັນຈາກ virus SARS-CoV-2 ກຳລັງແຜ່ລາມຢ່າງໄວວາ ແລະ ຈະກວມເອົາສ່ວນຫຼາຍຂອງ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງ ລ່ອນດອນ ໃນເວລາ 48 ຊົ່ວໂມງທີ່ຈະມາເຖິງ.

ຢູ່ຂົງເຂດ ອາເມລິກາລາຕິນ, ກະຊວງສາທາລະນະສຸກກູ່ບາ ປະກາດວ່າຈະສືບຕໍ່ຍູ້ແຮງສັກບັ້ນວັກຊີນ, ໃນຂະນະນັ້ນ, ນັບແຕ່ວັນທີ 14 ທັນວາ, ບາງຂໍ້ກຳນົດສັກວັກຊີນກັນ ໂຄວິດ-19   ແບບບັງຄັບໄດ້ມີຜົນສັກສິດຢູ່ນະຄອນຫຼວງ ຊິວຍອກ ແລະ ອາເມລິກາ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ