ເກືອບ 292.000 ຄັ້ງເຂົ້າຮ່ວມການເສັງໃນອາທິດທີ 7 ຂອງການເສັງຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) -ການເສັງໃນອາທິດທີ 8 ຈະດຳເນີນແຕ່ເວລາ 16 ໂມງຂອງວັນທີ 01 ສິງຫາ ຫາເວລາ 08 ສິງຫາ 2022.

ວັນທີ 01 ສິງຫາ, ຄະນະຈັດຕັ້ງການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໃຫ້ຮູ້ວ່າ, ໃນອາທິດທີ 7 (ນັບແຕ່ເວລາ 16 ໂມງຂອງວັນທີ 25 ກໍລະກົດ ຫາເວລາ 15 ໂມງຂອງວັນທີ 01 ສິງຫາ), ມີຜູ້ເຂົ້າຮ່ວມການເສັງເກືອບ 80.000 ຄົນ, ດ້ວຍການເສັງເກືອບ 292.000 ຄັ້ງ. ຈຳນວນຜູ້ເຂົ້າຮ່ວມການເສັງທີ່ມີສັນຊາດ ຫວຽດນາມ ແມ່ນເກືອບ 79.500 ຄົນ, ສ່ວນຍັງເຫຼືອແມ່ນສັນຊາດ ລາວ ແລະ ສັນຊາດອື່ນໆ.

        ການເສັງໃນອາທິດທີ 8 ຈະດຳເນີນແຕ່ເວລາ 16 ໂມງຂອງວັນທີ 01 ສິງຫາ ຫາເວລາ 15 ໂມງຂອງວັນທີ 08 ສິງຫາ 2022. ເວັບໄຊເຂົ້າຮ່ວມການເສັງແມ່ນ vietlao.dangcongsan.vn

ຕອບກັບ

ຂ່າວ/ບົດ​ອື່ນ