ເກືອບ 60 ປະເທດອິດສະລາມເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ອັບການິດສະຖານ

(VOVWORLD) -ວັນທີ 19 ທັນວາ ບັນດາຄະນະຜູ້ແທນທີ່ມາຈາກ 51 ປະເທດອິດສະລາມໄດ້ໄປຮອດອິດສະລາບາບັດ ນະຄອນຫຼວງຂອງປາກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມແນໃສ່ແກ້ໄຂວິກິດການມະນຸດຊະທຳຢູ່  ອັບການິດສະຖານ
ເກືອບ 60 ປະເທດອິດສະລາມເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ອັບການິດສະຖານ - ảnh 1ກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ອັບການິດສະຖານ

    ກອງປະຊຸມຂອງອົງການຮ່ວມມືອິດສະລາມແມ່ນກອງປະຊຸມໃຫຍ່ກວ່າໝູ່ ເຊິ່ງເຄີຍຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອັບການິດສະຖານນັບແຕ່ເມື່ອກຳລັງຕາລີບານຂຶ້ນກຳອຳນາດຢູ່ປະເທດນີ້ ເມື່ອເດືອນສິງຫາທີ່ຜ່ານມາ. ພາຍຫຼັງການປ່ຽນແປງນີ້ ປະຊາຄົມໂລກໄດ້ປິດບັນດາບ້ວງເງິນໜູນຊ່ວຍແລະບັນດາຊັບສິນລວມມູນຄ່ານັບຕື້ໂດລາສະຫະລັດທີ່ສະຫງວນໃຫ້ແກ່ ອັບການິດສະຖານໃນຂະນະທີປະຊາຊົນຂອງປະເທດນີ້ປະມານ 30 ລ້ານຄົນພວມກ້າວເຂົ້າສູ່ລະດູໜາວທີ່ລຳບາກທີ່ສຸດ.

 ສະຫະປະຊາຊາດໄດ້ກ່າວເຕືອນມາຫຼາຍຄັ້ງວ່າອັບກະນິດສະຖານ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງ ຕົກເຂົ້າສູ່ສະພາວະສຸກເສີນມະນຸດຊະທຳຢ່າງຮ້າຍແຮງທີ່ສຸດໃນໂລກຍ້ອນເກີດວິກິດການນັບທັງທາງດ້ານສະບຽງອາຫານ ເຊື້ອໄຟ ແລະເງິນສົດ.

ຕອບກັບ

ຂ່າວ/ບົດ​ອື່ນ