ເກືອບ 650 ຕື້ດົງເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ

ເກືອບ 650 ຕື້ດົງເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ - ảnh 1
ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ
(ພາບປະກອບ)

(vovworld) - ຈຳນວນ​ເງິນເກືອບ 650 ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ, ນັ້ນແມ່ນ​ໝາກຜ​ົນຂອງ​ການ​ຂົນຂວາຍ, ແຜ່ບໍລິຈາກເງິນ ຈາກ​ບັນດາ​​ແຫຼ່ງ​ເງິນອຸປະຖຳ​ໂດຍ​ສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຫວຽດນາມ ປະຕິບັດ​ໃນ​ຕະຫຼອດ​ໄລຍະ 5 ປີຜ່ານມາ ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ. ຂໍ້​ມູນ​​ດັ່ງ​ກ່າວ​ປະກາດ​ໃນ​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ ​ໃນ​ການ​ແນະນຳ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ແລະ ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ຫວຽດນາມ (10/01/2004 – 10/01/2014) ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ.

        ​ໃນ​ຕະຫຼອດ 5 ປີຜ່ານມາ, ສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ​ໄດ້​ສ້າງ​ຕັ້ງ​ສູນ​ເບິ່ງແຍງລ້ຽງ​ດູ, ຟື້ນ​ຟູ​ອະ​ໄວ​ຍະ​ວະ, ​ສອນ​ວິຊາ​ຊີບ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ... ຄຽງ​ຂ້າງ​ນັ້ນ, ສະມາຄົມ​ກໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ​ຕໍ່ສູ້​ເພື່ອທວງເອົາຄວາມຍຸຕິ​ທຳ​ໃຫ້​ບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ.

        ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ ຫວຽດນາມ ​ໄດ້​ກຳນົດ​ຈຸດໝາຍ​ພື້ນຖານ​ແມ່ນ​ຮັບປະກັນ​ການ​ປະຕິບັດ​ລະບອບ, ນະ​ໂຍບາຍ​ທີ່​ມີ​ຕໍ່​ບັນດາ​ຜູ້​ທີ່​ເຄື່ອນ​ໄຫວ​ໃນ​ການ​ຕໍ່ຕ້ານທີ່​ຖືກຕິດ​ທາດພິດສີ​ສົ້ມ​ດີ​ໂອ​ຊີ​ນ ​ແລະ ລູກ, ຫລານ​ຂອງ​ເຂົາ​ເຈົ້າ... ພົນ​ໂທ  ຫງວຽນ​ວັນຣິງ, ປະທານ​ສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ​ໃຫ້​ຮູ້​ວ່າ.

          “ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ຂົນຂວາຍ​ບັນດາ​ແຫຼ່ງກຳລັງ​ຂອງ​ອົງການ​ລັດຖະບານ​ຕ່າງໆ​ຢູ່​ຫວຍ​ດນາມ ກໍ່​ຄື​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ສະໜັບສະໜູນ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ. ຄຽງ​ຂ້າງ​ນັ້ນ, ກໍ່ສ້າງ​ສູນເບິ່ງແຍງ​ລ້ຽງ​ດູດ, ຟື້ນ​ຟູ​ອະ​ໄວ​ຍະ​ວະ, ສອນ​ວິຊາ​ຊີບ​ເພື່ອ​ຊ່ວຍ​ໃຫ້ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີນ ສາມາດ​ຜະລິດ​ອອກວັດຖຸສ່ງຂອງເພື່ອລ້ຽນຊີບ. ສຳລັບ​ບັນດາ​ຄອບຄົວ​ຂອງຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີນ ຕ້ອງ​ເຮັດ​ແນວ​ໃດ​ຊ່ວຍ​ເຂົາ​ເຈົ້າ​ມີ​ທຶນ​ເພື່ອ​ຜະລິດ”.

          ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ຂອງສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 23 – 24/12 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ