ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ, ເກາະເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງແຄ໊ງຮ່ວາ ໄດ້ປຸກລະດົມຂະບວນການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ກອງທັບພ້ອມກັບທົ່ວປະເທດ ຮ່ວມແຮງຮ່ວມໃຈແຂ່ງຂັນກັນປ້ອງກັນ, ຕ້ານ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ - 19”.

ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ບັນດານາຍທະຫານສົ່ງຂໍ້ຄວາມເພື່ອປະກອບເງິນໃຫ້ແກ່ ກອງທຶນວັກຊິນກັນໂຄວິດ - 19

ໃນໄລຍະຜ່ານມາ, ເກາະເຈື່ອງຊາ ໄດ້ເລີ່ມຕົ້ນລະບົບປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ລະດັບສູງສຸດ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດໃນເກາະ, ຮັບປະກັນສຸຂະພາບໃຫ້ແກ່ທະຫານ ແລະ ປະຊາຊົນໃຫ້ເປັນຢ່າງດີ. ໃນບັ້ນແຂ່ງຂັນພິເສດນີ້, ທົ່ວເກາະໄດ້ຕັດສິນໃຈປະຕິບັດຄຳຮຽກຮ້ອງຂອງສະຫາຍເລຂາທິການໃຫຍ່, ໂທລະເລກທາງການຂອງຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ປະຕິບັດບັນດາເນື້ອໃນ, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງໄດ້ປະກອບສ່ວນພ້ອມກັບທົ່ວປະເທດປ້ອງກັນ, ຕ້ານ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ - 19. ພ້ອມກັນນັ້ນ, ທົ່ວເກາະສືບຕໍ່ແຂ່ງຂັນປະຕິບັດສຳເລັດໜ້າທີ່ຝຶກແອບ, ກຽມພ້ອມການສູ້ຮົບ, ຮັບປະກັນທຸກດ້ານໃນການປະຕິບັດງານ, ປະຕິບັດກົດໝາຍ, ລະບຽບວິໄນຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ