ເຂດ Kursk ຂອງ ລັດເຊຍ ຖືກຈັດວາງສະພາວະສຸກເສີນລະດັບສະຫະພັນ

(VOVWORLD) - ບັນດາບ້ວງເງິນທີ່ຕ້ອງຈ່າຍໃຫ້ແກ່ຍາດຕິພີ່ນ້ອງຂອງຜູ້ຖືກເສຍຊີວິດແມ່ນ 1,5 ລ້ານ ruble (ເທົ່າກັບ 135.000 USD).

        ຕາມແຈ້ງການອອກວັນທີ 09 ສິງຫາ ຂອງກະຊວງສະພາວະສຸກເສີນສະຫະພັນ ລັດເຊຍ ແລ້ວ, ຍ້ອນບັນດາການບຸກໂຈມຕີຂອງກຳລັງປະກອບອາວຸດ ຢູແກຼນ, ເຂດ Kursk ຂອງ ລັດເຊຍ ໄດ້ຈັດວາງສະພາວະສຸກເສີນລະດັບສະຫະພັນ.

        ກະຊວງດັ່ງກ່າວໃຫ້ຮູ້ວ່າ, ຕາມຂໍ້ກຳນົດ ຢູ່ເຂດຈັດວາງສະພາວະສຸກເສີນລະດັບສະຫະພັນ, ບັນດາຜູ້ຖືກເຄາະຮ້າຍຈະໄດ້ຮັບເງິນໜູນຊ່ວຍເທື່ອໜຶ່ງ 15.000 ruble (ເທົ່າກັບ 35 USD). ເຂົາເຈົ້າກໍ່ໄດ້ຮັບການໜູນຊ່ວຍດ້ານການເງິນສຳລັບເລື່ອງຊັບສົມບັດທີ່ຈຳເປັນຖືກເສຍຫາຍສ່ວນໜຶ່ງ ແລະ ຊັບສົມບັດເສຍຫາຍທັງໝົດ.

        ບັນດາບ້ວງເງິນທີ່ຕ້ອງຈ່າຍໃຫ້ແກ່ຍາດຕິພີ່ນ້ອງຂອງຜູ້ຖືກເສຍຊີວິດແມ່ນ 1,5 ລ້ານ ruble (ເທົ່າກັບ 135.000 USD). ບັນດາກໍລະນີຮັບບາດເຈັບໜັກ ຫຼື ປານກາງໄດ້ຮັບເງິນອຸດໜູນ 600.000 ruble (ເທົ່າກັບ 540 USD) ແລະ ບັນດາກໍລະນີຮັບບາດເຈັບເປົ່າໄດ້ຮັບເງິນອຸດໜູນ 300.000 ruble (ເທົ່າກັບ 270 USD).

        ຕາມກະຊວງສາທາລະນະສຸກສະຫະພັນລັດເຊຍ Mikhail Murashko ແລ້ວ, ຍ້ອນບັນດາການບຸກໂຈມຕີດ້ວຍປືນໃຫຍ່ຢູ່ເຂດ Kursk ໃນລະຫວ່າງວັນທີ 06 – 08 ສິງຫາ, ມີ 66 ຄົນຮັບບາດເຈັບ, ໃນນັ້ນມີເດັກນ້ອຍ 9 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ