ເຂດ ກາຊາ: ການປະທະກັນກັບ ອິດສະລາແອັນ, ຊາວ ປາແລັດສະຕິນ ກ່ວາ 40 ຄົນຖືກຮັບບາດເຈັບ

(VOVWORLD) - ວັນທີ 05 ກໍລະກົດ, ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 40 ຄົນຖືກຮັບບາດເຈັບໃນການປະທະກັນລະຫວ່າງບັນດາຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ແລະ ພົນທະຫານ ອິດສະລາແອັນ ຢູ່ທາງທິດຕາເວັນອອກເຂດ ກາຊາ. 

ບັນດາຜູ້ເຫັນເຫດການຢູ່ທາງທິດຕາເວັນອອກເຂດ ກາຊາ ໃຫ້ຮູ້ວ່າ: ບັນດາຜູ້ແຫ່ຂະບວນປະທ້ວງໄດ້ໂບກທຸງ ປາແລັດສະຕິນ, ຮ້ອງໂຮ່ຄຳຂວັນຕ້ານ ອິດສະລາແອັນ, ອາເມລິກາ ແລະ ແກວ່ງກ້ອນຫີນໃສ່ພົນທະຫານ ອິດສະລາແອັນ ຢູ່ເຂດຊາຍແດນ. ນັບແຕ່ເດືອນ ມີນາ ປີ 2018 ເປັນຕົ້ນມາ, ໃນວັນສຸກຂອງທຸກໆອາທິດ, ຊາວ ປາແລັດສະຕິນ ພັດເລີ່ມຕົ້ນຈັດຕັ້ງການເດີນຂະບວນຄັດຄ້ານການຢຶດຄອງຂອງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ