ເຂດຊາວຄຼິດ ຮ່າໂນ້ຍ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການສ້າງສາ, ພັດທະນາປະເທດຊາດ

(VOVWORLD) - ໄລຍະຜ່ານມາ, ປະເທດຊາດບັນລຸໄດ້ຜົນງານຫຼາຍຢ່າງໃນຫຼາຍຂົງເຂດ ເສດຖະກິດ, ສັງຄົມ. ໃນບັນດາໝາກຜົນຕັ້ງໜ້ານັ້ນ, ມີການປະກອບສ່ວນບໍ່ໜ້ອຍຂອງ ຊາວຄຼິດ ຮ່າໂນ້ຍ
ເຂດຊາວຄຼິດ ຮ່າໂນ້ຍ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການສ້າງສາ, ພັດທະນາປະເທດຊາດ - ảnh 1ທ່ານນາງ ເຈືອງທິມາຍ (ຜູ້ຢູ່ກາງ) ແລະ ພະຄາດີນັນ ເປໂຣ ຫງວຽນວັນເຍີນ

ຕອນເຊົ້າວັນທີ 2 ເມສາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໄປຢ້ຽມຢາມ, ອວຍພອນ ພະຄາດີນັນ ເປໂຣ ຫງວຽນວັນເຍີນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ, ເນື່ອງໃນໂອກາດວັນບຸນ ຟື້ນຊີບ ປີ 2018. ທ່ານນາງ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຢັ້ງຢືນວ່າ: ໄລຍະຜ່ານມາ, ປະເທດຊາດບັນລຸໄດ້ຜົນງານຫຼາຍຢ່າງໃນຫຼາຍຂົງເຂດ ເສດຖະກິດ, ສັງຄົມ. ໃນບັນດາໝາກຜົນຕັ້ງໜ້ານັ້ນ, ມີການປະກອບສ່ວນບໍ່ໜ້ອຍຂອງ ຊາວຄຼິດ ຮ່າໂນ້ຍ, ພະຄາດີນັນ ເປໂຣ ຫງວຽນວັນເຍີນ ພ້ອມກັບພໍ່ແມ່ພີ່ນ້ອງຊາວຄຼິດ ໃນບໍລິເວນ. ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ພະຄາດີນັນ ເປໂຣ ຫງວຽນວັນເຍີນ ແລະ ເຂດຊາວຄຼິດ ຮ່າໂນ້ຍ ຈະສືບຕໍ່ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ.

        ໂດຍຕາງໜ້າໃຫ້ເຂດຊາວຄຼິດ ຮ່າໂນ້ຍ, ພະຄາດີນັນ ເປໂຣ ຫງວຽນວັນເຍີນ ເນັ້ນໜັກວ່າ: ພໍ່ແມ່ພີ່ນ້ອງຊາວຄຼິດ ຮ່າໂນ້ຍ ຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບຊາດ, ເດີນຕາມ ແລະ ສະໜັບສະໜູນບັນດາບາດກ້າວເດີນຢ່າງໜັກແໜ້ນຂອງປະເທດຊາດບົນຈິດໃຈແບ່ງປັນ, ມຸ່ງໄປເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ