ເຂດຕັ້ງຖິ່ນຖານຄົງທີ່ໃຫມ່ 2 ແຫ່ງ ຂອງຊາວຢິວ ຢູ່ເຂດຝັງຕາເວັນຕົກ

ເຂດຕັ້ງຖິ່ນຖານຄົງທີ່ໃຫມ່ 2 ແຫ່ງ ຂອງຊາວຢິວ        ຢູ່ເຂດຝັງຕາເວັນຕົກ - ảnh 1
ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ
ພາບ:xaluan.com


(vovworld) - ວັນ​ທີ 31/10, ອົງກາ​ນກວດກາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ Peace Now ຂອງ ອິດສະຣາ​ແອ​ນ ​ໃຫ້​ຮູ້​ວ່າ: ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ ໃຫມ່ 2 ​ແຫ່ງ ຂອງ​ຊາວ​ຢິວ​ ຫາ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ​ນີ້​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2005, ບັນດາເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ໃຫມ່​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ເຂດ​ນີ້. ​ເຖິງ​ວ່າການ​ກໍ່ສ້າງ​ບໍ່​ໄດ້​ຮັບ​ອະນຸຍາດກໍ​ຕາມ ​ແຕ່​ທັງ​ສອງ​ເຂດ​ດັ່ງກ່າວ​ລ້ວນ​ແຕ່​ໄດ້​ຕິດ​ຕັ້ງ​ລະບົບໄຟຟ້າ ​ແລະ ​ນ້ຳປະປາ ສິ່ງ​ດັ່ງກ່າວ​​ສະ​ແດງ​ໃຫ້​ເຫັນ​ວ່າ​ທັງ 2​ ​ເຂດ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຂອງ​ອຳນາດ​ການ​ປົກຄອງ ອິດ​ສະ​ຣາ​ແອນ. ລັດຖະບານ ອິດສະຣາ​ແດນ ມີ​ການ​ຈຳ​ແນ​ກລະຫວ່າງ​​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໄດ້​ຮັບ​ອະນຸຍາດກໍ່ສ້າງ ​ແລະ ​ເຂດ​ບໍ່​ໄດ້​ຮັບ​ອະນຸຍາດ​ກໍ່ສ້າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຊາ​ຄົມ​ໂລກ​ຖື​ວ່າ ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ທັງ​ໝົດ​ຢູ່​ຝັງ​ຕາ​ເວັນ​ຕົກ ​ແລະ Jerusalem ຕາ​ເວັນ​ອອກ​ລ້ວນ​ແຕ່​ຜິດ​ກົດໝາຍ​ເພາະມັນ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ເຂດ​ດິນ​ແດນ​ຊຶ່ງ ອິດ​ສະ​ຣາ​ແອ​ນຢືດຄອງ​ໃນ​ສົງ​ຄາມ​ເມື່ອ​ປີ 1967.

ຂ່າວ/ບົດ​ອື່ນ