ເຂດຕຳຫລວດທະເລເລກ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

(VOVWORLD) - ວັນທີ 13 ມັງກອນ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໄດ້ສົມທົບກັບເມືອງ ໂກໂຕ (ແຂວງ ກວາງນິງ) ຈັດຕັ້ງລາຍການ “ບຸນເຕັດທະເລໝູ່ເກາະ” ຕ້ອນຮັບປີໃໝ່ປີຊວດ 2020 ແລະ ປະຕິບັດລາຍການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ” ຢູ່ເມືອງ ໂກໂຕ.
ເຂດຕຳຫລວດທະເລເລກ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ” - ảnh 1 ເຂດຕຳຫລວດທະເລ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

 ຄະນະປະຕິບັດງານຂອງກອງບັນຊາການເຂດຕຳຫລວດທະເລເລດ 1 ໄດ້ອວຍພອນບຸນເຕັດຄະນະກຳມະການປະຊາຊົນເມືອງ ໂກໂຕ. ພັນໂທ ຫງວຽນຫືວຢູ, ຮອງຫົວໜ້າການເມືອງ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໃຫ້ຮູ້ວ່າ:

             “ຜ່ານລາຍການ, ພວກຂ້າພະເຈົ້າໄດ້ມີໂອກາດສຳຜັດ, ແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ກໍ່ຄືປຸກລະດົມກຳລັງໃຈຊາວປະມົງເນື່ອງໃນໂອກາດບຸນເຕັດ  ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ, ມີກຳລັງໃຈ, ອຸ່ນອ່ຽນໃຈໃນການອອກທະເລຫາປາ, ຕັ້ງໜ້າເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ພິເສດແມ່ນໜ້າທີ່ສົມທົບກັບກຳລັງຕຳຫລວດທະເລໃນການຕໍ່ສູ້, ຮັກສາອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ