ເຂດທົ່ງພຽງແມ່ນ້ຳຂອງ: ຊາວໜຸ່ມກ່ວາ 9000 ຄົນຫ້າວຫັນອອກ ເດີນທາງເຂົ້າຖັນແຖວກອງທັບ

ເຂດທົ່ງພຽງແມ່ນ້ຳຂອງ: ຊາວໜຸ່ມກ່ວາ 9000 ຄົນຫ້າວຫັນອອກ ເດີນທາງເຂົ້າຖັນແຖວກອງທັບ - ảnh 1

(ພາບ:dantri.com.vn)

(vovworld) -  “ສືບ​ລຸ້ນພໍ່​ຕໍ່​ລຸ້ນອ້າຍ“ “​ແປວ​ໄຟ​ແຫ່ງ​ມູນ​ເຊື້ອ​ຂອງບ້ານ​ເກີດ​ເມືອງ​ນອນ​ວິລະ​ຊົນ​​ສະຫວ່າງສະ​ໄຫວ“ ​ແມ່ນ​ຫົວ​ເລື່ອງຕົ້ນຕໍ​ຂອງ​ການ​ເຄື່ອນ​ໄຫວ​ງານ​ບຸນ​ຄ້າຍ​ຊາວ​ໜຸ່ມ ​ເພື່ອ​ສົ່ງ​ຊາວ​ໜຸ່ມອອກ​ເດີນທາງ​ເຂົ້າຖັນ​ແຖວ​ກອງທັບ​ຢູ່​​ເມືອງຕ່າງໆ​​ໃນເຂດ​ທົ່ງພຽງ​ແມ່ນ້ຳຂອງທ່າ​ງພາກ​ໃຕ້​ຫວຽດນາມ​ ໃນ​ບັ້ນຄັດ​ເລືອກ​ຊາວ​ໜຸ່ມ​ເຂົ້າຖັນ​ແຖວທະຫານ​ເມື່ອວັນ​ທີ 28/2.

   ຕໍ່ໜ້າ​ຄວາ​ມ​ເອົາ​ໃຈ​ໃສ່​ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ທ້ອງ​ຖິ່ນ, ບັນດາ​ນັກຮົບ​ໃໝ່​ໄດ້​ຫ້າວຫັນ​​ເດີນທາງ​ໄປ​ປະຕິບັດ​ພັນທະ​ການ​ທະຫານ. ​ໃນ​ນັ້ນ, ຊາວ​ໜຸ່ມ​ເກືອບ​ທັງ​ໝົດ​ໄດ້​ຂຽນ​ໃບ​ຮ້ອງ​ຂໍ​ຢາກ​ຮັບ​ໃຊ້​ໃນ​ຖັນ​ແຖວກອງທັບ​ເປັນ​ເວລາ​ຍາວ​ນານ. ນັກຮົບ​ໃໝ່​ຫຼາຍ​ຄົນ​ເລົ່າຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ​ເຂົາ​ເຈົ້າ​ໄດ້ນຳ​​​ເອົາ​ຄວາມ​ຮັກ​ແພງ​ຂອງ​ທຸກ​ຄົນ ​ແລະ ​ໃຫ້​ຄຳ​ສັນຍາ​ຈະ​ຕັດສິນ​ໃຈ​ຝຶກ​ຝົນ​ຫຼໍ່​ຫຼອມ​ເພື່ອ​ເຕີບ​ໃຫ່ຍ​ໃນ​ສະພາບ​ແວດ​ລ້ອມ​ໃໝ່. ນັກ​ຮົບ​ໃໝ່​ຄົນ​ໜຶ່ງ​​ເວົ້າວ່າ:

   “ຄວາມ​ປາດ​ຖະໜາຂອງ​ນ້ອງ​​ໃນ​ພາຍ​ພາກ​ໜ້າແມ່ນ​​ຈະໄດ້ຮັບ​ໃຊ້, ​ເຂົ້າຮ່ວມ​ຖັນ​ແຖວ​ກອງທັບ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະນັ້ນນ້ອງ​​ໄດ້ຂຽນ​ໃບ​ຄຳ​ຮ້ອງ​ອາສາ​ສະໝັກເດີນທາງ​ເຂົ້າຖັນ​ແຖວ​ກອງທັບ“.

 

 

 

ຂ່າວ/ບົດ​ອື່ນ