ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກະກຽມບັນດາວິທີການຮັບມືກັບໄພນ້ຳຖ້ວມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກະກຽມວິທີການຮັບມືກັບນ້ຳຖ້ວມທີ່ຮ້າຍແຮງ, ລະດົມພາຫະນະ, ອຸປະກອນຢູ່ກັບທີ່; ປ້ອງກັນຊີວິດອິນຊີໃຫ້ແກ່ເດັກນ້ອຍ
ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກະກຽມບັນດາວິທີການຮັບມືກັບໄພນ້ຳຖ້ວມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ໄປກວດກາສະພາບ ນ້ຳຖ້ວມຢູ່ບັນດາເມືອງໃນແຂວງ ດົ່ງທາບ ແລະ ຊີ້ນຳວຽກງານການປ້ອງກັນ, ຕ້ານນ້ຳຖ້ວມ ສຳລັບບັນດາແຂວງຖືກຜົນສະທ້ອນຄື: ດົ່ງທາບ, ອານຢາງ, ກຽນຢາງ ແລະ ລອງອານ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກະກຽມວິທີການຮັບມືກັບນ້ຳຖ້ວມທີ່ຮ້າຍແຮງ, ລະດົມພາຫະນະ, ອຸປະກອນຢູ່ກັບທີ່; ປ້ອງກັນຊີວິດອິນຊີໃຫ້ແກ່ເດັກນ້ອຍ, ຈັດຕັ້ງການເບິ່ງແຍງພວກຫຼານ, ຍົກຍ້າຍບັນດາຄອບຄົວຢູ່ເຂດດິນເຊາະເຈື່ອນໄປເຖິງເຂດປອດໄພ ແລະ ບໍ່ປະໃຫ້ຄອບຄົວໃດຖືກອຶດຫິວຍ້ອນຜົນສະທ້ອນຈາກນ້ຳຖ້ວມ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ສະເໜີໃຫ້ບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈົ່ງຍູ້ແຮງການປະຕິບັດມະຕິຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ