ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ​ຫວຽດ​ນາມ ເຊື່ອມ​ຕໍ່​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ກາງ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) -  ການເຊື່ອມຕໍ່ການສົ່ງເສີມການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນຕ້ອງໄດ້ຮັບຄວາມເອົາໃຈໃສ່ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງ.
ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ​ຫວຽດ​ນາມ ເຊື່ອມ​ຕໍ່​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ກາງ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1ບັນດາທ້ອງຖິ່ນໂຄສະນາແນະນຳຜະລິດຕະພັນການທ່ອງທ່ຽວຢູ່ກອງປະຊຸມ (ພາບ: nhandan.vn)

ຕອນບ່າຍວັນທີ 18 ສິງຫາ, ຢູ່ນະຄອນ ດ່ານັ້ງ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ຈ່າວິງ ໄດ້ສົມທົບກັບສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈັດກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ກັບບັນດາແຂວງ, ນະຄອນພາກກາງ.

ກອງປະຊຸມເພື່ອແນໃສ່ແນະນຳ, ໂຄສະນາພາບພົດ, ຂໍ້ມູນ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 13 ແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ກັບບັນດາທ້ອງຖິ່ນ, ວິສາຫະກິດການທ່ອງທ່ຽວຢູ່ບັນດາແຂວງ, ນະຄອນພາກກາງ, ພ້ອມທັງແລກປ່ຽນບົດຮຽນປະສົບການໃນວຽກງານຄວບຄຸມ ແລະ ເຊື່ອມຕໍ່ - ການຮ່ວມມືພັດທະນາການທ່ອງທ່ຽວ.

ເຂດພາກກາງ - ໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແມ່ນສອງຕະຫຼາດແຂກທ່ອງທ່ຽວໃຫຍ່ໃນທົ່ວປະເທດ. ການເຊື່ອມຕໍ່ການສົ່ງເສີມການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນຕ້ອງໄດ້ຮັບຄວາມເອົາໃຈໃສ່ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງ. ຢູ່ກອງປະຊຸມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບບັນດາແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ບັນດາແຂວງ, ນະຄອນພາກກາງ, ບັນດາວິສາຫະກິດການທ່ອງທ່ຽວ ໄດ້ເຊັນບົດບັນທຶກຊ່ວຍໃຈກ່ຽວກັບການຮ່ວມມືພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ