ເຂດທັດສະນີຍະພາບ ຈ່າງອານ-ນິງບິ່ງ ກາຍເປັນມໍລະດົກ ໂລກ


ເຂດທັດສະນີຍະພາບ ຈ່າງອານ-ນິງບິ່ງ ກາຍເປັນມໍລະດົກ ໂລກ - ảnh 1

(ພາບ: vov)

 (vovworld)- ​ຕາມຂ່າວ​ຈາກ​ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ວັນ​ທີ 23/6, ຢູ່​ນະຄອນຫຼວງ​​ໂດ​ຮາ, ປະ​ເທດ ກາ​ຕາ, ຄະນະ​ກຳມະການ​ມໍລະດົກ​ໂລກ​ອູ​ແນ​ສ​ໂກ ​ໄດ້​ນຳເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ-​​ແຂວງນິງບິ່ງ​ ຂອງ​ຫວຽດນາມ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​​ໂລກ. ຄຸນຄ່າ​ພົ້ນ​ເດັ່ນ​ທົ່ວ​​ໂລກຂອງເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ຄະນະ​ກຳມະການ​ມໍລະດົກ​ໂລກ ອີງ​ຕາມ 3 ​ເສົາຄ້ຳຕົ້ນຕໍ່​, ກຳນົດ​ຢູ່​ໃນ​ເອກະສານ​ແນະນຳ​ການ​ປະຕິບັດ​ສົນທິສັນຍາ​ກ່ຽວ​ກັບ​ການ​ຮັກສາ​ມໍລະດົກ​ວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ, ນັ້ນ​ແມ່ນ​ບັນລຸ​ຄາດໝາຍ​ກ່ຽວ​ກັບ: ວັດທະນະ​ທຳ, ຄວາມ​ສວຍ​ງາມ, ທໍລະນີ​ສາດ; ຮັບປະກັນ​ລັກສະນະ​ຮອບດ້ານ ​ແລະ ຖືກຕ້ອງ, ​ໄດ້​ປະຕິບັດ ​ແລະ ຮັບປະກັນ​ການ​ປະຕິບັດ​ການ​ຮັກສາ, ຄຸ້ມ​ຄອງ​ມໍລະດົກ​ຢ່າງ​ຄົບ​ຖ້ວນ. ​ເລື່ອງອູ​ແນ​ສ​ໂກ ​ໄດ້ນ​ຳເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ ​ເຂົ້າ​ໃນບັນຊີ​ລາຍ​ຊື່​ມໍລະດົກ​​ໂລກທີ່​ສະ​ໄໝ​ປະຊຸມ​ຄັ້ງນີ້ ​ໄດ້​ຍົກ​ຈຳນວນ​ມໍລະດົກ​ວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ​ທັງ​ໝົດ​ຂອງ​ຫວຽດ​ນາມ ຂຶ້ນ​ເປັນ​ເຂດ​ມໍລະດົກ 8 ​ແຫ່ງ. ພິ​ເສດ, ​ ເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ-​ນິງບິ່ງ​ ກາຍ​ເປັນ​ມໍລະດົກ​​ໂລກປະສົມ​ແຫ່ງ​ທຳ​ອິດ​ຂອງ​ຫວຽ​ດນາມ ​ໄດ້​ຮັບ​ການ​ຮັບຮ​ອງ​ເອົາ​ທັງ​ຄາດໝາຍ​ດ້ານວັດທະນະທຳ ​ແລະ ທຳ​ມະ​ຊາດ./.

ຂ່າວ/ບົດ​ອື່ນ