ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ (ຈີນ) ຖື​ການ​ພົວ​ພັນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ

(VOVWORLD) -  ຕອນເຊົ້າວັນທີ 01 ສິງຫາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ພົບປະສົນທະນາກັບທ່ານ ຫຼີຈາທາວ ປະທານເຂດປົກຄອງພິເສດຮົ່ງກົງ (ຈີນ) ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 31 ກໍລະກົດ - 02 ສິງຫາ.
ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ (ຈີນ) ຖື​ການ​ພົວ​ພັນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ພົບປະສົນທະນາກັບທ່ານ ຫຼີຈາທາວ ປະທານເຂດປົກຄອງພິເສດຮົ່ງກົງ (ຈີນ) (ພາບ: VOV)

ທີ່ການພົບປະສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຂຸດຄົ້ນ ແລະ ຍາດແຍ່ງບັນດາກາລະໂອກາດ, ກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງ ຫວຽດນາມ ແລະ ຮົ່ງກົງ ຢ່າງມີປະສິດທິຜົນ, ເປີດວ້າງຂອບເຂດການຮ່ວມມື, ປະຕິບັດເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດຈຸດສຸມ ເຊັ່ນ: ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ປະຕິບັດກົດໝາຍ ແລະ ປົກປ້ອງພົນລະເມືອງ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ.  ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ອຳນາດການປົກຄອງເຂດປົກຄອງພິເສດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກກວ່າອີກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ປະເທດປະຈຳຖິ່ນຢ່າງເປັນປົກກະຕິ.

        ທ່ານ ຫຼີຈາທາວ ປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ) ກໍຢັ້ງຢືນວ່າ ອຳນາດການປົກຄອງເຂດປົກຄອງພິເສດ ຮົ່ງກົງ ກໍຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ພ້ອມແລ້ວທີ່ຈະຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.

        ສິ້ນສຸດການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ) ຫຼີຈາທາວ  ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມືລະຫວ່າງບັນດາອົງການ ແລະ ວິສາຫະກິດ ຫວຽດນາມ ແລະ ຮົ່ງກົງ ໃນບັນດາຂົງເຂດການເງິນ, ການຄ້າ, ການລົງທຶນ ແລະ ການບິນ. ຫຼັງຈາກນັ້ນ, ການນຳສອງທ່ານໄດ້ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາສະຫະສະມາຄົມວິສາຫະກິດ, ວິສາຫະກິດ ຮົ່ງກົງ ແລະ ຫວຽດນາມ.

ຕອນບ່າຍຂອງວັນດຽວກັນ, ທີ່ການຕ້ອນຮັບທ່ານປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ) ຫຼີຈາທາວ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເຄົາລົບ, ສະໜັບສະໜູນນະໂຍບາຍ "ໜຶ່ງປະເທດ, ສອງລະບົບ", ກົດໝາຍພື້ນຖານ ແລະ ບັນດາຂໍ້ກຳນົດກົດລະບຽບທີ່ກ່ຽວຂ້ອງຂອງ ຮົ່ງກົງ, ສະໜັບສະໜູນຮົ່ງກົງ ພັດທະນາຢ່າງວັດທະນາຖວອນ, ປະຊາຊົນມີຄວາມຜາສຸກ. ທ່ານປະທານປະເທດ ກໍສະແດງຄວາມປາດຖະໜາຢາກໃຫ້ອຳນາດການປົກຄອງ ຮົ່ງກົງ ສືບຕໍ່ສ້າງເງື່ອນໄຂສະດວກກ່ຽວກັບວີຊາເຂົ້າເມືອງສຳລັບພົນລະເມືອງ, ນັກສຶກສາ ຫວຽດນາມ ທີ່ໄປເຄື່ອນໄຫວ, ເຮັດວຽກ, ທ່ອງທ່ຽວ, ຮ່ຳຮຽນຢູ່ ຮົ່ງກົງ. 

ຕອບກັບ

ຂ່າວ/ບົດ​ອື່ນ